ສື່ມວນຊົນອາເມຣິກາ ແລະ ປະເທດຕາເວັນຕົກທີ່ຕັ້ງໃຈວິພາກວິຈານຈີນ ຍ່ອມຈະເປັນກົບໃນນໍ້າສ້າງທີ່ເຫັນແຕ່ໂລກຂອງຕົນເທົ່ານັ້ນ

2023-07-21 16:11:23 cri

ໃນໄຕມາດທີ 2 ຂອງປີ 2023, ຍອດມູນຄ່າຜະລິດຕະພັນພາຍໃນ ຫຼື GDP ຂອງຈີນໄດ້ເພີ່ມຂຶ້ນ 6,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ສູງກວ່າໄຕມາດທີ 1 ທີ່ເປັນ 4,5%. ໃນ 6 ເດືອນຕົ້ນປີນີ້, ຈັງຫວະການເຕີບໂຕຂອງເສດຖະກິດຈີນແມ່ນ 5,5% ເຊິ່ງແມ່ນເທົ່າທຽມກັບເປົ້າໝາຍການເຕີບໂຕປະມານ 5% ທີ່ກຳນົດໃນກອງປະຊຸມສອງສະພາແຫ່ງຊາດຈີນທີ່ຈັດຂຶ້ນໃນຕົ້ນປີນີ້.

ແຕ່ວ່າ, ພາຍຫຼັງເປີດເຜີຍຂໍ້ມູນ GDP ດັ່ງກ່າວແລ້ວ, ສື່ມວນຊົນອາເມຣິກາ ແລະ ປະເທດຕາເວັນຕົກພັດໄດ້ປາກົດມີສຽງວິພາກວິຈານຕ່າງໆ. ບາງຄົນເວົ້າວ່າ: ເຖິງແມ່ນວ່າຈັງຫວະການເຕີບໂຕຂອງ GDP ຂອງຈີນໃນໄຕມາດທີ 2 ປີນີ້ມີເຖິງ 6,3%, ແຕ່ຕົກເລກພື້ນຖານໃນໄລຍະດຽວກັນຂອງປີກາຍແມ່ນຢູ່ໃນລະດັບຕ່ຳຫຼາຍຍ້ອນໄດ້ຮັບຜົນກະທົບຈາກການແພ່ລະບາດຂອງພະຍາດໂຄວິດ-19, ສະນັ້ນ, ຕົວເລກຂອງຈັງຫວະການເຕີບໂຕດັ່ງກ່າວແມ່ນມີຄວາມບົກຜ່ອງ. ຍັງມີບາງຄົນເວົ້າອີກວ່າ: ເມື່ອທຽບໃສ່ໄຕມາດທີ 1 ແລ້ວ, GDP ຂອງຈີນໃນໄຕມາດທີ 2 ປີນີ້ ໄດ້ເພີ່ມຂຶ້ນພຽງ 0,8% ເທົ່ານັ້ນ, ເປັນລະດັບຕ່ຳສຸດໃນຫຼາຍປີຜ່ານມາ……

ແຕ່ຄວາມຈິງແມ່ນເປັນແນວໃດ? ຜ່ານການວິເຄາະສະພາບຕົວຈິງຂອງເສດຖະກິດຈີນແລ້ວ ພວກເຮົາສາມາດສັງເກດເຫັນວ່າ: ໃນ 6 ເດືອນຕົ້ນປີນີ້, GDP ຂອງຈີນໄດ້ບັນລຸເຖິງ 59.303,4 ຕື້ຢວນ, ເພີ່ມຂຶ້ນ 5,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເມື່ອເບິ່ງຈາກທົ່ວໂລກແລ້ວ, ຢູ່ໃນບັນດາປະເທດເສດຖະກິດຕົ້ນຕໍໃນໂລກ, ຈັງຫວະການເຕີບໂຕຂອງເສດຖະກິດຈີນແມ່ນໄວກວ່າໝູ່. ໃນດ້ານຄວາມຕ້ອງການ, ການບໍລິໂພກມີສ່ວນປະກອບຕໍ່ການເຕີບໂຕຂອງເສດຖະກິດສູງຂຶ້ນກວ່າເກົ່າຢ່າງຈະແຈ້ງ. ໃນ 6 ເດືອນຕົ້ນປີນີ້, ອັດຕາການປະກອບສ່ວນຂອງການບໍລິໂພກຕໍ່ການເຕີບໂຕຂອງເສດຖະກິດມີຫຼາຍກວ່າ 70%. ໃນດ້ານການຄ້າ, ໃນ 6 ເດືອນຕົ້ນປີນີ້, ມູນຄ່າການນຳເຂົ້າ-ສົ່ງອອກຂອງຈີນໄດ້ເພີ່ມຂຶ້ນ 2,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ການນຳເຂົ້າ-ສົ່ງອອກສິນຄ້າທີ່ມີມູນຄ່າເພີ່ມຂ້ອນຂ້າງສູງນັ້ນ ໄດ້ກວມເອົາມູນຄ່າການນຳເຂົ້າ-ສົ່ງອອກທັງໝົດເຖິງ 65,5%. ໃນດ້ານການປະກອບອາຊີບ, ອັດຕາວ່າງງານຢູ່ຕົວເມືອງ ແລະ ຊົນນະບົດຂອງຈີນໄດ້ຫຼຸດລົງໂດຍລວມ, ໃນເດືອນມິຖຸນາປີນີ້ໄດ້ຫຼຸດລົງເປັນ 5,2% ເຊິ່ງແມ່ນໃກ້ກັບລະດັບກ່ອນເກີດການແພ່ລະບາດຂອງພະຍາດໂຄວິດ-19. ໃນ 6 ເດືອນຕົ້ນປີນີ້, ລາຍໄດ້ທີ່ສາມາດໃຊ້ຈ່າຍໄດ້ສະເລ່ຍຕໍ່ຫົວຄົນຂອງພົນລະເມືອງຈີນໄດ້ເພີ່ມຂຶ້ນ 5,8%, ສູງກວ່າອັດຕາເພີ່ມຂອງ GDP ໃນໄລຍະດຽວກັນ. ພວກເຮົາບໍ່ສາມາດປະຕິເສດໄດ້ວ່າ: ເສດຖະກິດຈີນໃນປັດຈຸບັນຍັງປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຈຳນວນໜຶ່ງ, ແຕ່ເສດຖະກິດຈີນກຳລັງຟື້ນຕົວຄືນຢ່າງໝັ້ນທ່ຽງກໍແມ່ນເລື່ອງຈິງທີ່ບໍ່ສາມາດໂຕ້ຖຽງໄດ້.

ຕາມການຄາດຄະເນຂອງອົງການກອງທຶນເງິນຕາສາກົນ ຫຼື IMF ສະແດງໃຫ້ເຫັນວ່າ: ອັດຕາການປະກອບສ່ວນຂອງຈີນທີ່ມີຕໍ່ການເຕີບໂຕຂອງເສດຖະກິດໂລກຈະບັນລຸເຖິງປະມານ 1/3. ໃນ 5 ປີຕໍ່ໜ້ານີ້, ຈີນຈະກາຍເປັນຜູ້ປະກອບສ່ວນໃຫຍ່ທີ່ສຸດຕໍ່ການເຕີບໂຕຂອງເສດຖະກິດທົ່ວໂລກ, ອັດຕາການປະກອບສ່ວນຂອງຈີນທີ່ມີຕໍ່ຈັງຫວະການເຕີບໂຕຂອງ GDP ທົ່ວໂລກຄາດວ່າຈະບັນລຸເຖິງ 22,6% ເຊິ່ງແມ່ນ 2 ເທົ່າຂອງອາເມຣິກາ.

ເວົ້າສຳລັບສື່ມວນຊົນອາເມຣິກາ ແລະ ປະເທດຕາເວັນຕົກຈຳນວນໜຶ່ງແລ້ວ, ການວິພາກວິຈານຈີນໄປໃນທາງລົບອາດແມ່ນໜ້າທີ່ຮັບຜິດຊອບຂອງເຂົາເຈົ້າ. ແຕ່ເວົ້າໂດຍສາເຫດພື້ນຖານແລ້ວ ແມ່ນຍ້ອນເຂົ້າເຈົ້າມີຮູບຖານຈິດສຳນຶກຄຽດຊັງຕໍ່ຈີນຢ່າງແຣງກ້າ. ເປັນເວລາດົນນານມາແລ້ວ, ເຂົາເຈົ້າມີຄວາມເຫັນແບບລໍາອຽງວ່າ: “ຈີນບໍ່ຄືກັນກັບປະເທດຕາເວັນຕົກ, ສະນັ້ນ, ຈີນຕ້ອງມີຄວາມຜິດຢ່າງແນ່ນອນ.” ຕາບໃດທີ່ເຂົາເຈົ້າບໍ່ຊອກຮູ້ຄວາມຈິງກ່ຽວກັບຈີນຢ່າງຖ່ອມຕົວ, ກໍຍ່ອມຈະເປັນກົບໃນນໍ້າສ້າງທີ່ເຫັນແຕ່ໂລກຂອງຕົນເທົ່ານັ້ນ.