ຜູ້ທ້າທາຍຄວາມສູງແບບໂດດດ່ຽວ

2023-07-21 08:18:53 CRI

 

    ຕາວາຈືຂອງຊົນເຜົ່າອຸຍເກີ ເປັນລາຍການສະແດງກາຍະສິນທີ່ໄດ້ຮັບຄວາມນິຍົມຊົມຊອບຢູ່ເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງຈີນ ພ້ອມທັງເປັນໜຶ່ງໃນມໍລະດົກວັດທະນະທໍານາມມະທໍາ.

    ຕາວາຈືໃນພາສາອຸຍເກີມີຄວາມໝາຍວ່າ ໄຕ່ສາຍລວດເສັ້ນດຽວທ້າທາຍຄວາມສູງ ເຊິ່ງເປັນລາຍການສະແດງສິລະປະທີ່ໄດ້ສືບທອດກັນມາເປັນເວລາຫຼາຍກວ່າ 1.000 ປີ. ລາຍການດັ່ງກ່າວເປັນການຮັກສາມູນເຊື້ອສິລະປະການສະແດງແບບດັ້ງເດີມ, ສ່ວນໃຫຍ່ແມ່ນຈັດການສະແດງຢູ່ກາງແຈ້ງໂດຍບໍ່ມີອຸປະກອນຮັກສາຄວາມປອດໄພໃດໆຊ່ວຍ, ນັກສະແດງມີພຽງແຕ່ຈັບໄມ້ລໍາດຽວທີ່ມີຄວາມຍາວ 6 ແມັດໄປນຳເພື່ອຮັກສາຄວາມດຸນດຽງໃຫ້ຮ່າງກາຍເທົ່ານັ້ນ.

    ໃນປີ 2006 ຕາວາຈືຖືກຈັດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທໍານາມມະທໍາລະດັບຊາດຂອງຈີນ.