ວັດທະນະທຳບັນດາເຜົ່າກາຍເປັນກຳລັງແຮງສັງລວມທີ່ມີສີສັນພິເສດ

2023-07-22 22:15:37 CRI


    ນະຄອນເຄີ້ລາມາຢີ ເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງຈີນ ມີປະຊາຊົນຫລາຍຊົນເຜົ່າອາໃສຢູ່ຮ່ວມກັນ, ສະນັ້ນການສ້າງຄວາມສາມັກຄີຮັກແພງ,ຊ່ວຍເຫລືອເຊິ່ງກັນແລະກັນ, ຢູ່ຮ່ວມກັບແບບຄອບຄົວດຽວກັນ, ປະສານສົມທົບກັນຄ້າຍຄືກັບແກ່ນໝາກພິລາທີ່ຈັບກັນແໜ້ນແມ່ນເປັນວຽກງານສຳຄັນທີ່ນະຄອນແຫ່ງນີ້ໃຫ້ຄວາມເອົາໃຈໃສ່ ໂດຍໄດ້ສ້າງໃຫ້ກາຍເປັນສີສັນພິເສດທາງດ້ານວັດທະນະທຳບັນດາເຜົ່າທີ່ມີຊີວິດຊີວາແລະໂຮມເຂົ້າເປັນກຳລັງແຮງສັງລວມດ້ານການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ, ກາຍເປັນແຮງດືງດູດທີ່ສຳຄັນດ້ານການທ່ອງທ່ຽວໂດຍສະເພາະຢູ່ນະຄອນເຄີລາມາຢີທີ່ບໍ່ເຄີຍຫລັບໄຫລແຫ່ງນີ້.