ສີສັນເມືອງອູ່ເຈີ້ນພາກຕາເວັນຕົກ

2023-07-22 23:20:47 CRI

 

    ເມືອງອູ່ເຈີ້ນພາກຕາເວັນຕົກຂອງເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງຈີນ ໄດ້ເອົາໃຈໃສ່ປະຕິບັດໂຄງການພັດທະນາຊົນນະບົດໃຫ້ຈະເລີນແບບລວມສູນທີ່ຈັດເອົາອຸດສາຫະກໍາຕ່າງໆໃຫ້ເຊື່ອມໂຍງເຂົ້າກັນ ເຊັ່ນ: ເຮືອນພັກ, ວັດທະນະທໍາຮີດຄອງປະເພນີ, ການລ້ຽງສັດທີ່ມີເອກະລັກ ເປັນຕົ້ນ. ໂຄງການດັ່່ງກ່າວມີມູນຄ່າການລົງທຶນທັງໝົດ 2 ຕື້ 100 ລ້ານຢວນ, ກວມເອົາເນື້ອທີ່ 1.500.000 ຕາແມັດ, ໃນນັ້ນເນື້ອທີ່ກໍ່ສ້າງ 300.000 ຕາແມັດ, ສາມາດສ້າງວຽກເຮັດງານທໍາໄດ້ໂດຍກົງເຖິງ 3.000 ຕໍາແໜ່ງ, ສ້າງວຽກເຮັດງານທໍາໃນທາງອ້ອມເຖິງ 10.000 ຕໍາແໜ່ງ. ຜ່ານການຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ເຮັດໃຫ້ລາຍຮັບສະເລ່ຍຕໍ່ຫົວຄົນຂອງຊາວກະສິກອນທີ່ດໍາລົງຊີວິດຢູ່ບໍລິເວນນີ້ໃນປີ 2022 ບັນລຸເຖິງ 40.076 ຢວນ.