ມົນສະເໜ່ຂອງເມືອງຈໍາລອງຖ່າຍທໍາຮູບເງົາອຸເອີເຫິ

2023-07-23 08:20:04 CRI

 

    ເມືອງຈໍາລອງຖ່າຍທໍາຮູບເງົາອຸເອີເຫິ ຕັ້ງຢູ່ເມືອງອຸເອີເຫິ ນະຄອນເຄິ້ລາມາຢິ ເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງຈີນ, ແມ່ນແຫຼ່ງທ່ອງທ່ຽວລະດັບ 3A ຂອງຈີນ. ເມືອງດັ່ງກ່າວສ້າງຂຶ້ນເມື່ອເດືອນມິຖຸນາປີ 2018 ແລະໄດ້ສໍາເລັດການປັບປຸງເພື່ອຍົກລະດັບຄຸນະພາບໃນເດືອນພຶດສະພາປີ 2020. ເມືອງຈໍາລອງແຫ່ງນີ້ມີເນື້ອທີ່ 12.000 ຕາແມັດ, ເປັນສະຖານທີ່ຖ່າຍທໍາຮູບເງົາແລະລະຄອນໂທລະພາບທີ່ມີຊື່ສຽງຫຼາຍເລື່ອງຂອງຈີນ ເຊັ່ນ: ຈິນຊີຮົງເຕ້, ຄາຣາວານອູດ ເປັນຕົ້ນ, ນອກນີ້, ຍັງຈະມີຮູບເງົາແລະລະຄອນໂທລະພາບອີກ 70 ກວ່າເລື່ອງຈະໄດ້ຖ່າຍທໍາຢູ່ສະຖານທີ່ແຫ່ງນີ້ໃນອະນາຄົດ. 


    ເມືອງຈໍາລອງຖ່າຍທໍາຮູບເງົາອຸເອີເຫິສຸມໃສ່ພັດທະນາເປັນແຫຼ່ງທ່ອງທ່ຽວວັດທະນະທໍາທີ່ມີເອກະລັກສະໄໝລາຊະວົງຊີນແລະລາຊະວົງຮັ້ນແບບສໍາຜັດໄດ້, ຮັກສາໄດ້ຄວາມເປັນບູຮານແລະຄວາມອະລັງການໃນລະດັບສູງ, ນອກຈາກນັ້ນ, ຍັງມີກິດຈະກໍາຕ່າງໆທີ່ເຮັດໃຫ້ນັກທ່ອງທ່ຽວສາມາດສໍາຜັດໄດ້ກັບມົນສະເໜ່ຂອງວັດທະນະທໍາບູຮານຈີນເຊັ່ນ: ການນຸ່ງຊຸດບູຮານ, ຍິງທະນູ, ຂີ່ມ້າ, ຈໍາລອງການສະແດງຮູບເງົາ ເປັນຕົ້ນ, ເຊິ່ງເປັນອີກສະຖານທີ່ທ່ອງທ່ຽວໜຶ່ງທີ່ທ່ານບໍ່ຄວນພາດໂອກາດໄປສຳຜັດຖ້າໄດ້ມານະຄອນເຄິ້ລາມາຢິທີ່ສວຍງາມ.