ຈັດງານແຂ່ງເຮືອນັກສຶກສາຈີນ-ອາຊຽນ2023ຢູ່ທຽນສິນ

2023-07-23 15:31:16 cri

ວັນທີ22ກໍລະກົດນີ້, ງານແຂ່ງເຮືອນັກສຶກສາຈີນ-ອາຊຽນ2023ໄດ້ຈັດຂຶ້ນຢູ່ສູນກິລາທາງນ້ຳໄຫເຫີກຳແພງນະຄອນທຽນສິນ ສປ ຈີນ.

ງານແຂ່ງເຮືອຄັ້ງນີ້ໄດ້ດຶງດູດໃຫ້ນັກກິລາ 170 ກວ່າຄົນທີ່ມາຈາກມະຫາວິທະຍາໄລ19ແຫ່ງຂອງຈີນ, ມາເລເຊຍ, ໄທ, ອິນໂດເນເຊຍແລະປະເທດອື່ນໆໃນອາຊຽນມາເຕົ້າໂຮມກັນແຂ່ງເຮືອຢູ່ແມ່ນ້ຳໄຫເຫີ.

ຕາມຂ່າວໃຫ້ຮູ້ວ່າ: ງານແຂ່ງເຮືອຄັ້ງນີ້ປະກອບດ້ວຍການແຂ່ງເຮືອປະເພດທີມໃນໝວດຕ່າງກັນຈຳນວນ3ໝວດກໍຄືການແຂ່ງຂັນດ້ວຍອຸປະກອນຈຳລອງແຂ່ງເຮືອເທິງບົກ.