ການແຍກປະເພດຂີ້ເຫຍື້ອໄດ້ຖືກປະຕິບັດຢູ່ນະຄອນຫຼວງບາງກອກໄທ ປະລິມານ ແລະຄ່າໃຊ້ຈ່າຍໃນການຊຳລະຂີ້ເຫຍື້ອໄດ້ຫຼຸດລົງ

2023-07-24 14:19:28 cri

 

ຕາມລາຍງານຂ່າວຂອງ “ໜັງສືພິມບາງກອກໂພສ” ໃຫ້ຮູ້ວ່າ: ນະຄອນຫຼວງບາງກອກໄທໄດ້ປະຕິບັດມາດຕະການຄຸ້ມຄອງຂີ້ເຫຍື້ອໂດຍແຍກປະເພດ, ມາຮອດປັດຈຸບັນນີ້, ມາດຕະການດັ່ງກ່າວໄດ້ຮັບປະສິດທິຜົນແລ້ວ.

 

ວັນທີ 22 ກໍລະກົດນີ້, ທ່ານເອກວະຣັນໂຍໂອ ອຳຣະປານ ໂຄສົກຖະແຫຼງຂ່າວອົງການປົກຄອງນະຄອນຫຼວງບາງກອກໄດ້ເປີດເຜີຍໃຫ້ຮູ້ວ່າ: ໃນໄລຍະ 5 ເດືອນຜ່ານມາ, ປະລິມານຂີ້ເຫຍື້ອທີ່ໄດ້ຮັບໂດຍສະຖານີຄຸ້ມຄອງຂີ້ເຫຍື້ອຂອງນະຄອນຫຼວງບາງກອກ ແລະຄ່າໃຊ້ຈ່າຍໃນການຊຳລະຂີ້ເຫຍື້ອຕ່າງກໍໄດ້ຫຼຸດລົງຢ່າງຈະແຈ້ງ.

 

ທ່ານກ່າວຕື່ມວ່າ: ຈາກເດືອນກຸມພາຫາທ້າຍເດືອນມິຖຸນາປີນີ້, ປະລິມານຂີ້ເຫຍື້ອທີ່ເກັບຮັບຢູ່ໃນທົ່ວນະຄອນຫຼວງບາງກອກໄດ້ຫຼຸດລົງ 67248 ໂຕນ, ເທົ່າກັບຫຼຸດລົງມື້ລະປະມານ 444 ໂຕນ. ເມື່ອທຽບໃສ່ໄລຍະດຽວກັນໃນປີ 2022 ຄ່າໃຊ້ຈ່າຍໃນການຊຳລະຂີ້ເຫຍື້ອໃນໄລຍະ 5 ເດືອນຜ່ານມາໄດ້ຫຼຸດລົງ 127,8 ລ້ານບາດ.