ຜູ້ວ່າການເຂດບໍລິຫານພິເສດຮົງກົງຈີນເດີນທາງໄປຢ້ຽມຢາມ3 ປະເທດອາຊຽນ ເພື່ອຍາດແຍ່ງເອົາການສະໜັບສະໜູນໃຫ້ຮົງກົງເຂົ້າຮ່ວມສັນຍາRCEP

2023-07-24 11:53:44 cri

ຕອນເຊົ້າວັນທີ 23 ກໍລະກົດນີ້, ທ່ານຫຼີເຈ່ຍຊາວ ຜູ້ວ່າການເຂດບໍລິຫານພິເສດຮົງກົງ ສປ ຈີນໄດ້ນຳພາຄະນະຜູ້ແທນອອກເດີນທາງໄປຢ້ຽມຢາມ3ປະເທດສະມາຊິກອາຊຽນຄື ສິງກະໂປ, ອິນໂດເນເຊຍ ແລະ ມາເລເຊຍ. ທ່ານຫຼີເຈ່ຍຊາວໄດ້ກ່າວຢືນຢັນໃນເວລາພົບປະກັບສື່ມວນຊົນກ່ອນອອກເດີນທາງວ່າ: ໃນການເດີນທາງຢ້ຽມຢາມຄັ້ງນີ້, ຕົນຈະເຂົ້າຢ້ຽມຄຳນັບຜູ້ນຳ3ປະເທດດັ່ງກ່າວ, ພ້ອມທັງໄປທັດສະນະສຶກສາຢູ່ວິສາຫະກິດ ແລະ ພື້ນຖານໂຄງລ່າງຕ່າງໆເພື່ອນຳສະເໜີໂອກາດການຄ້າຂອງຮົງກົງໃຫ້ບຸກຄົນກ່ຽວຂ້ອງຂອງປະເທດເຫຼົ່ານີ້ໄດ້ຮັບຊາບ. ທ່ານຫຼີເຈ່ຍຊາວໄດ້ກ່າວເປັນພິເສດວ່າ: ຈະຍາດແຍ່ງເອົາການສະໜັບສະໜູນຈາກປະເທດອາຊຽນເພື່ອໃຫ້ຮົງກົງເຂົ້າເປັນພາຄີສັນຍາວ່າດ້ວຍສາຍພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP.

ຕາມຂ່າວໃຫ້ຮູ້ວ່າ: ໃນລະຫວ່າງວັນທີ23-25ກໍລະກົດນີ້, ຄະນະຜູ້ແທນຮົງກົງຈະເດີນທາງໄປຢ້ຽມຢາມສິງກະໂປ, ວັນທີ 25 ກໍລະກົດ ຈະເດີນທາງໄປຢ້ຽມຢາມນະຄອນຫຼວງຈາກາຕາປະເທດອິນໂດເນເຊຍ, ວັນທີ 27 ກໍລະກົດຈະເດີນທາງໄປນະຄອນຫຼວງກົວລາລຳເປີປະເທດມາເລເຊຍເພື່ອສືບຕໍ່ດຳເນີນການຢ້ຽມຢາມ ແລະ ຈະເດີນທາງກັບຄືນສູ່ຮົງກົງໃນວັນທີ 29 ກໍລະກົດນີ້.