ຫຼຽນລາງວັນຂອງງານກິລາໂອລິມປິກໂຕກຽວຕົກສີ ກໍຈະເຮັດໃຫ້ນ້ຳໃຈນາຍຊ່າງຂອງຍີ່ປຸ່ນ “ຕົກສີ” ເຊັ່ນກັນ

2023-07-24 16:01:44 cri

ຫວ່າງມໍ່ໆມານີ້, ນັກກິລາເຮືອກາໂນທ່ານໜຶ່ງໄດ້ໂພສຮູບຫຼຽນເງິນຂອງຕົນທີ່ຊີງໄດ້ໃນງານກິລາໂອລິມປິກໂຕກຽວທີ່ຈັດຂຶ້ນໃນສອງປີກ່ອນລົງສື່ສັງຄົມອອນລາຍ ໂດຍສະແດງໃຫ້ເຫັນວ່າ: ຫຼຽນເງິນທີ່ຄວນເປັນສີສົດໃສ ໄດ້ເປັນໝ້ຽງແລະກາຍເປັນສີດຳດັ່ງເຫຼັກເສດກ້ອນໜຶ່ງ. ກ່ອນໜ້ານີ້, ກໍມີການລາຍງານຂ່າວກ່ຽວກັບຫຼຽນລາງວັນໃນງານກິລາໂອລິມປິກໂຕກຽວຕົກສີ, ເຄືອບລອກ, ສີເຄືອບຈາກລົງມາຫຼາຍເທື່ອແລ້ວ ເຊິ່ງໄດ້ສ້າງຜົນກະທົບໃຫ້ແກ່ຄວາມງາມ ແລະ ຄຸນຄ່າຂອງຫຼຽນລາງວັນເຫຼົ່ານີ້.


ຕາມຂ່າວແຈ້ງວ່າ, ຫຼຽນລາງວັນເຫຼົ່ານີ້ແມ່ນຜະລິດໂດຍໂລຫະທີ່ຫຼອມເອົາຈາກໂທລະສັບມືຖື ແລະ ຜະລິດຕະພັນເອເລັກໂຕຣນິກເກົ່າ ເຊິ່ງມີຈຸດປະສົງເພື່ອສະແດງໃຫ້ເຫັນເຖິງຈິດສຳນຶກຂອງການອະນຸລັກສິ່ງແວດລ້ອມ ແລະ ລະດັບເຕັກນິກຂອງຍີ່ປຸ່ນ. ແຕ່ວ່າ ຫຼຽນລາງວັນຕົກສີ, ກາຍເປັນສີດຳ, ເປືອກເຄືອບທາງນອກແຕກແລະສີເຄືອບຈາງລົງເປັນຕົ້ນ ພັດພິສູດໃຫ້ເຫັນວ່າ: ຫຼຽນລາງວັນເຫຼົ່ານີ້ມີຄຸນນະພາບຕ່ຳ, ຈົນເຖິງຂັ້ນອາດຈະເປັນພິດໄພຕໍ່ສຸຂະພາບຮ່າງກາຍຂອງຄົນ. ຫຼຽນລາງວັນຂອງງານກິລາໂອລິມປິກໂຕກຽວຕົກສີ ກໍຈະເຮັດໃຫ້ນ້ຳໃຈນາຍຊ່າງຂອງຍີ່ປຸ່ນທີ່ໂຄສະນາມາຫຼາຍນັ້ນ “ຕົກສີ” ເຊັ່ນກັນ.

ເປັນເວລາດົນນານມາແລ້ວ, ຍີ່ປຸ່ນໄດ້ພະຍາຍາມຈົນສຸດຄວາມສາມາດ ເພື່ອສ້າງພາດພົດສາກົນແບບ “ຊຳລານແລ້ວຍັງຄົ້ນຄວ້າໃຫ້ຊຳນານຕື່ມອີກ”, ອວດອ້າງວັດທະນະທຳນາຍຊ່າງ ແລະ ສີມືຍອດຢ້ຽມຂອງຕົນ. ແຕ່ຂ່າວອັບອາຍຂາຍໜ້າກ່ຽວກັບເລື່ອງຄວາມຈອມປອມຂອງຍີ່ປຸ່ນໄດ້ຖືກເປີດເຜີຍອອກມາເລື້ອຍໆໃນຫຼາຍປີມໍ່ໆມານີ້ ໄດ້ເຮັດໃຫ້ຄົນທັງຫຼາຍຈຳເປັນຕ້ອງສຳຫຼວດຄືນຕໍ່ພາດພົດດັ່ງກ່າວຂອງຍີ່ປຸ່ນຄືນໃໝ່.


ປີ 2011, ກຸ່ມບໍລິສັດໂອລິມເປີສຂອງຍີ່ປຸ່ນຖືກເປີດເຜີຍວ່າ ໄດ້ເຮັດການເງິນປອມເພື່ອປິດບັງສະພາບການຂາດທຶນ ແລະ ຕົວະຕົ້ມຜູ້ຖືຫຸ້ນເປັນເວລາ 20 ປີ; ປີ 2016, ບໍລິສັດມິດຊຸບິຊິຂອງຍີ່ປຸ່ນຖືກເປີດເຜີຍສ້າງຕົວເລກຂໍ້ມູນປອມໃນການເປືອງນ້ຳມັນເປັນເວລາຍາວເຖິງ 25 ປີ; ປີ 2018, ບໍລິສັດເອເລັກໂຕຣນິກຊີຕີເຊັນຂອງຍີ່ປຸ່ນຖືກເປີດເຜີຍໄດ້ດັດແກ້ຕົວເລກຂໍ້ມູນຂອງຜະລິດຕະພັນ; ປີ 2018, ບໍລິສັດຜະລິດເຫຼັກກ້າໂຄເບະຂອງຍີ່ປຸ່ນຖືກເປີດເຜີຍໄດ້ເຮັດຕົວເລກຂໍ້ມູນປອມ ເຊິ່ງໄດ້ພົວພັນເຖິງວິສາຫະກິດ 200 ກວ່າແຫ່ງ; ປີ 2021, ບໍລິສັດເຄມີໂຄບາຢາຊີຂອງຍີ່ປຸ່ນຖືກເປີດເຜີຍຜະລິດຢາປອມ 40 ປີ, ໃນຈຳນວນຊະນິດຢາ 500 ຊະນິດ ມີ 80% ຂຶ້ນໄປເປັນຢາປອມ; ປີ 2021, ບໍລິສັດອຸດສາຫະກຳເຄື່ອງເບກອາເກໂບໂນຂອງຍີ່ປຸ່ນຖືກເປີດເຜີຍໄດ້ເຮັດຕົວເລກຂໍ້ມູນກວດກາຄຸນນະພາບປອມມາເປັນເວລາ 20 ປີ.


ເລື່ອງຈິງເຫຼົ່ານີ້ລ້ວນແຕ່ໄດ້ກະທົບກະເທືອນເຖິງອັນທີ່ເອີ້ນວ່າ “ນ້ຳໃຈນາຍຊ່າງ” ຂອງຍີ່ປຸ່ນຢ່າງຮ້າຍແຮງ. ປະເທດໃຫຍ່ດ້ານການຜະລິດທີ່ມີຊື່ສຽງ ແລະ ມີນ້ຳໃຈຮັບຜິດຊອບ, ຄວນສະແຫວງຫາເສັ້ນພື້ນຖານຕ່ຳສຸດດ້ານຄຸນນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນອຸດສາຫະກຳ, ຫາກບໍ່ແມ່ນປິດບັງບັນຫາດ້ວຍການຕົວະຍົວະ.


ນອກຈາກນີ້ແລ້ວ, ໃນບັນຫາຮັບຮູ້ຕໍ່ປະຫວັດສາດ, ລັດຖະບານຍີ່ປຸ່ນໄດ້ປະຕິເສດຕໍ່ປະຫວັດສາດນາງບຳເລີກອງທະຫານເທື່ອແລ້ວເທື່ອອີກ ແລະ ເຈຕະນາຜ່ານຈາກການຫຼົບລີ້ນປີ້ນຄວາມ ເພື່ອປິດບັງໂທດກຳດ້ານປະຫວັດສາດຂອງຕົນ. ປະເທດໜຶ່ງທີ່ມີນ້ຳໃຈຮັບຜິດຊອບຄວນປະເຊີນໜ້າກັບປະຫວັດສາດຢ່າງຖືກຕ້ອງ, ຫາກບໍ່ແມ່ນປິດບັງປະຫວັດສາດ, ການກະທຳທີ່ອັບປະຍົດແບບນີ້ກໍໄດ້ສ່ອງແສງໃຫ້ເຫັນເຖິງຄວາມບໍ່ຊື່ສັດທາງຈິດໃຈຂອງຍີ່ປຸ່ນເຊັ່ນກັນ.


ໃນຂະນະດຽວກັນ, ຍີ່ປຸ່ນຍັງຕັ້ງໃຈປ່ອຍນ້ຳປົນເປື້ອນລັງສີນິວເຄລຍຈາກໂຮງໄຟຟ້ານິວເຄລຍຟຸຄຸຊິມະລົງສູ່ທະເລ ເຊິ່ງໄດ້ເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມນິເວດຂອງປະເທດອ້ອມຂ້າງຢ່າງໜັກໜ່ວງ. ລັດທິໂດດດ່ຽວ ແລະ ລັດທິເຫັນແກ່ຕົວແບບນີ້ຂອງຍີ່ປຸ່ນ ໄດ້ຝືນກັບ “ນ້ຳໃຈນາຍຊ່າງ” ທີ່ຍີ່ປຸ່ນອວດອ້າງຢ່າງໜັກໜາ.


ປະເທດໜຶ່ງທີ່ມີນ້ຳໃຈນາຍຊ່າງແທ້ຈິງ, ຕ້ອງມີນ້ຳໃຈຮັບຜິດຊອບດ້ວຍການປະພຶດຕົວຈິງ, ເຮັດຜິດແລ້ວຕ້ອງແກ້ໄຂໃນທັນທີ ແລະ ພິຈາລະນາເຖິງຜົນປະໂຫຍດຂອງປະເທດອື່ນ. ຖ້າຍີ່ປຸ່ນບໍ່ສາມາດສຳຫຼວດຄືນຕໍ່ຄວາມຜິດພາດຂອງຕົນຢ່າງແທ້ຈິງ, ຊື່ສຽງໃນເວທີສາກົນຂອງຍີ່ປຸ່ນກໍຈະ “ຕົກສີ” ຄ້າຍຄືກັນກັບຫຼຽນລາງວັນໃນງານກິລາໂອລິມປິກໂຕກຽວເຊັ່ນກັນ.