ກຳປູເຈຍຈັດການເລືອກຕັ້ງສະພາແຫ່ງຊາດຊຸດທີ 7

2023-07-24 14:18:22 cri

 

ວັນທີ 23 ກໍລະກົດນີ້, ກຳປູເຈຍໄດ້ດຳເນີນການລົງຄະແນນສຽງເລືອກຕັ້ງສະພາແຫ່ງຊາດຊຸດທີ 7, ລວມມີ 18 ພັກການເມືອງເຂົ້າຮ່ວມ ເຊັ່ນ: ພັກປະຊາຊົນກຳປູເຈຍ, ພັກຟຸນຊິນເປັນ ແລະອື່ນໆ, ເພື່ອແຂ່ງຂັນເອົາ 125 ບ່ອນນັ່ງ, ພັກການເມືອງທີ່ໄດ້ຮັບບ່ອນນັ່ງສ່ວນໃຫຍ່ຈະຮັບຜິດຊອບການຈັດຕັ້ງຄະນະລັດຖະບານຊຸດໃໝ່.

 

ການລົງຄະແນນສຽງໄດ້ເລີ່ມຕົ້ນຈາກເວລາ 7 ໂມງຕອນເຊົ້າຂອງວັນທີ 23 ກໍລະກົດນີ້ ແລະຈະສິ້ນສຸດລົງໃນເວລາ 15 ໂມງໃນມື້ດຽວກັນ. ຕາມຂ່າວແຈ້ງໃຫ້ຊາບວ່າ: ຜົນການນັບຄະແນນສຽງເບື້ອງຕົ້ນຂອງແຕ່ລະເຂດເລືອກຕັ້ງຄາດວ່າຈະປະກາດໃນຕອນຄ່ຳຂອງວັນທີ 23 ກໍລະກົດນີ້ຕາມລຳດັບ. ຄະນະກຳມະການເລືອກຕັ້ງແຫ່ງຊາດກຳປູເຈຍຈະປະກາດຜົນການນັບຄະແນນສຽງຢ່າງເປັນທາງການໃນວັນທີ 9 ສິງຫາໜ້ານີ້.