ທາງລົດໄຟລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານສາກົນ 4 ໝື່ນກວ່າເທື່ອຄົນໃນໄລຍະເປີດນຳໃຊ້ຄົບ 100 ວັນ

2023-07-24 15:44:09 cri


ວັນທີ 22 ກໍລະກົດນີ້, ຂະບວນລົດໄຟໂດຍສານສາກົນຂອງທາງລົດໄຟລາວ-ຈີນໄດ້ເປີດນຳໃຊ້ 100 ວັນແລ້ວ. ຕາມການສະຖິຕິຂອງສະຖານີກວດກາຄົນເຂົ້າອອກເມືອງຂອງດ່ານບໍ່ຫານ, ໃນໄລຍະ 100 ວັນທີ່ຜ່ານມານີ້, ດ່ານທາງລົດໄຟບໍ່ຫານທັງໝົດໄດ້ກວດກາຂະບວນລົດໄຟໂດຍສານ 200 ເທື່ອຂະບວນ, ກວດກາຜູ້ໂດຍສານເຂົ້າອອກດ່ານທີ່ມາຈາກ 49 ປະເທດແລະເຂດແຄ້ວນຂອງ 6 ທະວີບໃນໂລກ ທັງໝົດ 41.735 ເທື່ອຄົນ.