ເມືອງຜີສາດແຫ່ງນີ້ບໍ່ເປັນຕາຢ້ານແຕ່ເປັນຕາຊົມ

2023-07-25 14:58:24 CRI

 

   ເມືອງຜີສາດຕັ້ງຢູ່ເມືອງອຸເອິເຫິ ນະຄອນເຄິ້ລາມາຢິ ເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງຈີນ, ມີເນື້ອທີ່ທັງໝົດ 260 ກິໂລຕາແມັດ, ເປັນແຫຼ່ງທ່ອງທ່ຽວລະດັບ 5A ຂອງຈີນ. ເວລາມີກະແສລົມແຮງພັດຜ່ານສະຖານທີ່ແຫ່ງນີ້ຈະເກີດມີສຽງດັງແປກໆຄ້າຍຄືສຽງຜີສາດຮ້ອງ, ສະນັ້ນຈຶ່ງໄດ້ຊື້ວ່າ:ເມືອງຜີສາດ.


   ເວລາທ່ານຜູ້ຊົມເຂົ້າໄປໃນເມືອງຜີສາດແລ້ວຈະໄດ້ເຫັນວິວທິວທັດທໍລະນີສາດ“ຢາຕັ່ງ” ຫຼື Yardang Landform ເຊິ່ງເປັນທໍລະນີສາດທີ່ເກີດຈາກໂນນດິນຖືກລົມພັດຜ່ານແລະນໍ້າເຊາະເຈື່ອນເປັນເວລາດົນແລ້ວກາຍເປັນຮູບຕ່າງໆທີ່ແປກປະຫຼາດຕາມຈິນຕະນາການຂອງນັກທ່ອງທ່ຽວແຕ່ລະຄົນ, ຢູ່ທີ່ແຫ່ງນີ້ຍັງມີຮ່ວມເຫວ, ທະເລຊາຍແລະອີກຫຼາກຫຼາຍກິດຈະກໍາພວມລໍຖ້າທ່ານມາສໍາຜັດຕົວຈິງ.