ຈີນສະແດງຄວາມຊົມເຊີຍຕໍ່ກໍາປູເຈຍຈັດການເລືອກຕັ້ງສະພາແຫ່ງຊາດຊຸດທີ 7 ຢ່າງສໍາເລັດຜົນ

2023-07-25 10:41:07 CRI

 

   ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ແຈ້ງໃຫ້ຮູ້ໃນວັນທີ 24 ກໍລະກົດນີ້ວ່າ: ຝ່າຍຈີນສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ກໍາປູເຈຍຈັດການເລືອກຕັ້ງສະພາແຫ່ງຊາດຊຸດທີ 7 ຢ່າງສໍາເລັດຜົນ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ພັກປະຊາຊົນກໍາປູເຈຍທີ່ໄດ້ຮັບໄຊຊະນະຈາກການເລືອກຕັ້ງຄັ້ງນີ້ໂດຍພາຍໃຕ້ການນໍາພາຂອງທ່ານ ຮຸນແຊນ ປະທານພັກປະຊາຊົນກໍາປູເຈຍ. ຈີນຂໍອວຍພອນໃຫ້ກໍາປູເຈຍຈົ່ງຈັດຕັ້ງສະພາແຫ່ງຊາດກໍຄືຄະນະລັດຖະບານຊຸດໃໝ່ຢ່າງສໍາເລັດຜົນ, ເຊື່ອໝັ້ນວ່າກໍາປູເຈຍຈະໄດ້ຮັບຜົນສໍາເລັດທີ່ໃຫຍ່ຫຼວງກວ່າເກົ່າໃນການສ້າງສາພັດທະນາປະເທດຊາດ ແລະ ສ້າງຄວາມຜາສຸກໃຫ້ກັບປະຊາຊົນໄດ້ຫຼາຍກວ່າເກົ່າໃນອະນາຄົດ.


   ທ່ານນາງ ເໝົາໜິງ ກ່າວຕື່ມວ່າ: ປີນີ້ແມ່ນປີຄົບຮອບ 65 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ກໍາປູເຈຍ, ພ້ອມດຽວກັນນີ້ແມ່ນປີມິດຕະພາບຈີນ-ກໍາປູເຈຍ, ຝ່າຍຈີນຍິນດີທໍາຄວາມພະຍາຍາມຮ່ວມກັບກໍາປູເຈຍ, ເລັ່ງລັດການສ້າງຄູ່ຮ່ວມຊາຕາກໍາຈີນ-ກໍາປູເຈຍໃນຍຸກໃໝ່ທີ່ມີຄຸນະພາບສູງ, ມີລະດັບສູງ ແລະມີມາດຕະຖານສູງ ເພື່ອສ້າງຄວາມຜາສຸກໃຫ້ກັບປະຊາຊົນສອງຊາດໄດ້ດີກວ່າເກົ່າຕື່ມອີກ.