ມາເບິ່ງບໍ່ນໍ້າມັນດິບຢູ່ແຫຼ່ງທ່ອງທ່ຽວພູເຮີຍໂຢຊານ

2023-07-25 12:59:21 CRI


 

   ພູເຮີຍໂຢຊານຕັ້ງຢູ່ຫຼັກ 2 ທິດຕາເວັນອອກສຽງເໜືອຂອງເມືອງເຄິ້ລາມາຢິ ນະຄອນເຄິ້ລາມາຢິ ເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງຈີນ, ທີ່ນີ້ເປັນສະຖານທີ່ຄົ້ນພົບບໍ່ນໍ້າມັນຂະໜາດໃຫຍ່ແຫ່ງທໍາອິດຂອງຈີນ, ຖືວ່າເປັນສັກຂີພິຍານໃຫ້ການສ້າງສາພັດທະນາຂອງນະຄອນເຄິ້ລາມາຢິ. ຄວາມຈິງແລ້ວ, ພູເຮີຍໂຢຊານບໍ່ແມ່ນພູ, ແຕ່ຫາກແມ່ນໂພນຢາງມະຕອຍຍ້ອນປະກອບດ້ວຍນໍ້າມັນດິບທີ່ຮົ່ວໄຫຼອອກຈາກບໍ່ນໍ້າມັນ, ຜ່ານວິວັດທະນາການມາເປັນເວລາດົນນານຈຶ່ງໄດ້ສະສົມໄວ້ແລະພູນຂຶ້ນຈົນກາຍເປັນ “ພູ”. ຄໍາວ່າ: ເຄິ້ລາມາຢິ ແມ່ນມາຈາກພາສາອຸຍເກີ ເຊິ່ງມີຄວາມໝາຍວ່າ: ນໍ້າມັນສີດໍາ. ຍ້ອນສາເຫດນີ້, ພູແຫ່ງນີ້ຈຶ່ງໄດ້ຊື່ວ່າ: ພູເຮີຍໂຢຊານ ຫຼື ພູນໍ້າມັນສີດໍາ.




   ພາຍຫຼັງຄົ້ນພົບບໍ່ນໍ້າມັນໄດ້ຫຼາຍສິບປີ, ນະຄອນເຄິ້ລາມາຢິໄດ້ວາງແຜນສ້າງບໍລິເວນອ້ອມຮອບໃຫ້ກາຍເປັນແຫຼງທ່ອງທ່ຽວ ເພື່ອໝູນໃຊ້ໃຫ້ເກີດຜົນປະໂຫຍດເພື່ອການພັດທະນາແບບຍືນຍົງ. ປັດຈຸບັນນີ້, ແຫຼ່ງທ່ອງທ່ຽວເຮີຍໂຢຊານໄດ້ກາຍເປັນສະຖານທີ່ສຶກສາອົບຮົມມູນເຊື້ອປະຕິວັດກໍຄືແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຂອງຈີນ.