ກະຊວງການຕ່າງປະເທດຈີນ: ຫວັງວ່າສິງກະໂປແລະບຣູໄນຈະທຳຄວາມພະຍາຍາມຮ່ວມກັບຈີນ ເພື່ອອຳນວຍຄວາມສະດວກຫຼາຍກວ່າເກົ່າໃຫ້ແກ່ການໄປມາຫາສູ່ກັນລະຫວ່າງປະຊາຊົນ

2023-07-25 16:02:19 cri


ໃນເວລາຕອບຄຳຖາມຂອງນັກຂ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນເມື່ອວັນທີ 24 ກໍລະກົດນີ້, ທ່ານນາງເໜົາໜິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ເພື່ອອຳນວຍຄວາມສະດວກຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນສິງກະໂປແລະບຣູໄນໃນການເດີນທາງມາຈີນ, ຝ່າຍຈີນຕົກລົງຈະຟື້ນຟູນະໂຍບາຍຍົກເວັ້ນວິຊາໄລຍະ 15 ວັນສຳລັບຊາວສິງກະໂປແລະບຣູໄນທີ່ມາດຳເນີນທຸລະກິດ, ທ່ອງທ່ຽວ, ຢ້ຽມຢາມພີ່ນ້ອງແລະຜ່ານແດນຢູ່ຈີນ ນັບແຕ່ເວລາ 0 ໂມງຂອງວັນທີ 26 ກໍລະກົດນີ້ເປັນຕົ້ນໄປ.


ທ່ານນາງເໜົາໜິງກ່າວເນັ້ນວ່າ, ກະຊວງການຕ່າງປະເທດຈີນ: ຫວັງວ່າສິງກະໂປແລະບຣູໄນຈະທຳຄວາມພະຍາຍາມຮ່ວມກັບຈີນ ເພື່ອອຳນວຍຄວາມສະດວກຫຼາຍກວ່າເກົ່າໃຫ້ແກ່ການໄປມາຫາສູ່ກັນລະຫວ່າງປະຊາຊົນ.