ສົງຄາມພຽງຢ່າງດຽວທີ່ບໍ່ໄດ້ຜະລິດຈາກຈີນ

2023-07-25 15:25:27 cri

ເມື່ອບໍ່ດົນມານີ້, ຜູ້ໃຊ້ Twitter ຄົນໜຶ່ງທີ່ຊື່ວ່າ K.L ໄດ້ຂຽນລົງໃນຮູບພາບແຜ່ນໜຶ່ງວ່າ: “War: the only thing NOT made in China.” (ສົງຄາມພຽງຢ່າງດຽວທີ່ບໍ່ໄດ້ຜະລິດຈາກຈີນ). ປະໂຫຍກນີ້ໄດ້ຮັບຄວາມສົນໃຈຈາກຊາວເນັດ ແລະ ພາກັນແຊຢ່າງສະໜັ່ນ. ປະໂຫຍກນີ້ບໍ່ພຽງແຕ່ມີຄວາມໝາຍແບບສຽດສີເທົ່ານັ້ນ, ແຕ່ຍັງໄດ້ສ່ອງແສງໃຫ້ເຫັນເຖິງຄວາມຈິງທີ່ສຳຄັນ ຄື: ນັບແຕ່ປະຕິບັດນະໂຍບາຍການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຕະຫຼອດໄລຍະເວລາຫຼາຍ 10 ປີມານີ້, ຈີນໄດ້ເລືອກເສັ້ນທາງພັດທະນາໂດຍສັນຕິ, ສຸມກຳລັງເຂົ້າໃນການສ້າງສາເສດຖະກິດແຫ່ງຊາດ ແລະ ຄວາມກ້າວໜ້າຂອງສັງຄົມ, ບໍ່ເຄີຍສ້າງຄວາມຂັດແຍ້ງ ແລະ ສົງຄາມກັບພາຍນອກຈັກເທື່ອ.

ທີ່ຈິງແລ້ວ, ນັບແຕ່ປະຕິບັດນະໂຍບາຍການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຕະຫຼອດໄລຍະເວລາ 40 ປີມານີ້, ໂດຍຜ່ານການພັດທະນາອຸດສາຫະກຳການຜະລິດ ແລະ ການຄ້າຕ່າງປະເທດຢ່າງຕໍ່ເນື່ອງ, ຈີນໄດ້ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສູງຂຶ້ນຢ່າງຊັດເຈນ ແລະ ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດໂລກ. ປັດຈຸບັນ, ຈີນໄດ້ກາຍເປັນປະເທດອຸດສາຫະກຳໃຫຍ່ອັນດັບໜຶ່ງຂອງໂລກ ແລະ ປະເທດການຄ້າສິນຄ້າປະເພດຈັບຕ້ອງໄດ້ໃຫຍ່ອັນດັບໜຶ່ງຂອງໂລກ. “ການຜະລິດຂອງຈີນ” ເຮັດໃຫ້ໂລກສາມາດຊົມໃຊ້ຜະລິດຕະພັນທີ່ມີຄຸນນະພາບສູງດ້ວຍລາຄາຕ່ຳ.

ນັບແຕ່ປີ 2006 ເປັນຕົ້ນມາ, ຈີນໄດ້ຄອງຖານະປະເທດທີ່ມີການປະກອບສ່ວນໃຫຍ່ທີ່ສຸດຕໍ່ການເຕີບໂຕຂອງເສດຖະກິດໂລກເປັນເວລາ 15 ປີລຽນຕິດ ດ້ວຍອັດຕາປະກອບສ່ວນສະເລ່ຍຫຼາຍກວ່າ 30%. ໃນປີ 2021, ຍອດມູນຄ່າຜະລິດຕະພັນພາຍໃນ ຫຼື GDP ຂອງຈີນໄດ້ກວມເອົາ 18,5% ຂອງໂລກ, ອັດຕາປະກອບສ່ວນຂອງຈີນທີ່ມີຕໍ່ການເຕີບໂຕຂອງເສດຖະກິດໂລກບັນລຸຫຼາຍກວ່າ 30%. ຈີນໄດ້ກາຍເປັນຄູ່ການຄ້າໃຫຍ່ທີ່ສຸດຂອງ 50 ກວ່າປະເທດ ແລະ ເຂດແຄວ້ນ ແລະ ເປັນຄູ່ການຄ້າໃຫຍ່ 3 ອັນດັບຕົ້ນຂອງ 120 ກວ່າປະເທດ ແລະ ເຂດແຄວ້ນ. ສາມາດເວົ້າໄດ້ວ່າ: ຈີນເປັນປະເທດທີ່ດຸໝັ່ນ ແລະ ເຕັມໄປດ້ວຍຫົວຄິດປະດິດສ້າງ ທີ່ໄດ້ສ້າງຄວາມຜາສຸກຢ່າງຫຼວງຫຼາຍໃຫ້ກັບທົ່ວໂລກ.

ໃນຫຼາຍ 10 ປີທີ່ຜ່ານມາ, ອາເມຣິກາໃນຖານະເປັນປະເທດມະຫາອຳນາດພຽງໜຶ່ງດຽວໃນໂລກ ພັດໄດ້ກໍ່ສົງຄາມ ແລະ ການປະທະກັນໃນຂອບເຂດທົ່ວໂລກເລື້ອຍໆ ເຊິ່ງໄດ້ນຳເອົາໄພພິບັດ ແລະ ຄວາມທຸກຍາກລຳບາກມາໃຫ້ກັບໂລກຈົນນັບບໍ່ຖ້ວນ. ເພື່ອຮັກສາຖານະປະເທດເຈົ້າອຳນາດຂອງຕົນ, ອາເມຣິກາໄດ້ກ່າວຕຳໜິແລະ ບຽດບຽນຈີນໃນຂົງເຂດຕ່າງໆຢ່າງໄຮ້ເຫດຜົນ ເພື່ອກົດໜ່ວງການພັດທະນາຂອງຈີນ. ການກະທຳເຫຼົ່ານີ້ຂອງອາເມຣິກາ ບໍ່ພຽງແຕ່ໄດ້ທຳລາຍຜົນປະໂຫຍດຂອງຈີນ ແລະ ອາເມຣິກາເອງເທົ່ານັ້ນ, ແຕ່ຍັງໄດ້ທຳລາຍຜົນປະໂຫຍດຂອງໂລກອີກດ້ວຍ.

ສົງຄາມແມ່ນເລື່ອງທີ່ອັບປະຍົດ ແລະ ທຳລາຍສີວິໄລຂອງມວນມະນຸດ, ສ່ວນສັນຕິພາບແມ່ນກຳລັງຂັບເຄື່ອນຂອງຄວາມກ້າວໜ້າຂອງມວນມະນຸດ. ຈີນຈະຍຶດໝັ້ນໃນການເດີນຕາມເສັ້ນທາງພັດທະນາໂດຍສັນຕິ, ຮ່ວມກັນກັບບັນດາປະເທດໃນໂລກ ເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍທີ່ມີລັກສະນະທົ່ວໂລກ ແລະ ຮ່ວມກັນສົ່ງເສີມຄວາມຜາສຸກຂອງມວນມະນຸດ. ສົງຄາມພຽງຢ່າງດຽວທີ່ບໍ່ໄດ້ຜະລິດຈາກ ຈີນ ແລະ ກໍເປັນສິ່ງພຽງຢ່າງດຽວທີ່ບໍ່ຄວນຜະລິດອອກມາເຊັ່ນກັນ.