ວິທີການສຳຫຼວດຄົ້ນຄວ້າຂອງທ່ານສີຈິ້ນຜິງ: “ກາຍ”ຕ້ອງເຂົ້າສູ່ຮາກຖານ, “ໃຈ”ຍິ່ງຕ້ອງເຂົ້າເຖິງຮາກຖານ

2023-07-26 16:39:49 cri



ກ່ຽວກັບການສຳຫຼວດຄົ້ນຄວ້າ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ເຄີຍເນັ້ນໜັກວ່າ: “ບໍ່ມີການສຳຫຼວດຄົ້ນຄວ້າ ກໍບໍ່ມີສິດອອກຄຳເຫັນ, ຍິ່ງບໍ່ມີສິດກຳນົດນະໂຍບາຍ”. ທ່ານສີຈິ້ນຜິງສຸດທີ່ໃຫ້ຄວາມສຳຄັນຕໍ່ການສຳຫຼວດຄົ້ນຄວ້າ,ເພິ່ນໄດ້ຈັດຕັ້ງປະຕິບັດດ້ວຍຕົນເອງ ແລະເປັນແບບຢ່າງນຳໜ້າໃນດ້ານນີ້ມາໂດຍຕະຫຼອດ.

 

ໃນພິທີເປີດຊຸດຝຶກອົບຮົມໃຫ້ພະນັກງານໄວກາງຄົນແລະໄວໜຸ່ມຂອງໂຮງຮຽນທິດສະດີສູນກາງພັກກອມມູນິດຈີນ(ສະຖາບັນການປົກຄອງແຫ່ງຊາດ)ພາກຮຽນລະດູໃບໄມ້ຫຼົ່ນ2021, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ກ່າວເນັ້ນໜັກວ່າ: ຖ້າຢາກຮັບຮູ້ສະພາບຄວາມເປັນຈິງ ກໍຕ້ອງກຳກັບການສຳຫຼວດຄົ້ນຄວ້າ ເຊິ່ງເປັນຄວາມສາມາດພື້ນຖານ. “ກາຍ”ຕ້ອງລົງສູ່ຮາກຖານ, “ໃຈ”ຍິ່ງຕ້ອງເຂົ້າເຖິງຮາກຖານ, ເພື່ອຮັບຟັງຄວາມຈິງ, ສຳຫຼວດສະພາບຄວາມເປັນຈິງ, ຄົ້ນຄວ້າບັນຫາຢ່າງແທ້ຈິງ ແລະຄົ້ນຄວ້າບັນຫາທີ່ແທ້ຈິງ.

 

ຕ້ອງເຂົ້າສູ່ສະພາບການຕົວຈິງ,ອອກໜ້າຮັບຜິດຊອບ ຈຶ່ງຈະມີຫວັງປະສົບຜົນສຳເລັດໄດ້. ໃນດ້ານການສຳຫຼວດຄົ້ນຄວ້າ, ທັດ ສະນະຂອງທ່ານສີຈິ້ນຜິງທີ່ບັນຍາຍເຖິງການພົວພັນແບບມີລະດັບເລິກເຊິ່ງເພີ່ມທະວີຂຶ້ນຈາກ “ກາຍເຂົ້າສູ່”ຈົນຮອດ “ໃຈເຂົ້າເຖິງ” ເຊິ່ງໄດ້ສະແດງໃຫ້ເຫັນຢ່າງມີຊີວິດຊີວາເຖິງວິທີການແລະຫົວກະທິດ້ານແນວຄິດຂອງທ່ານສີຈິ້ນຜິງກ່ຽວກັບວຽກງານສຳຫຼວດຄົ້ນຄວ້າ.

 

ຄຳວ່າ “ກາຍເຂົ້າສູ່” ເປັນປະຖົມປັດໄຈໃນການເຮັດວຽກສຳຫຼວດຄົ້ນຄວ້າໃຫ້ດີ, ຈຸດປະສົງແມ່ນເພື່ອກ້າວເຂົ້າສູ່ທ່າມກາງມະຫາ ຊົນ, ເກັບກຳຂໍ້ມູນສະພາບຕົວຈິງດ້ວຍຕົນເອງທີ່ເຫັນໄດ້ໂດຍກົງແລະສົດໆຮ້ອນໆເປັນຈຳນວນຫຼວງຫຼາຍຢ່າງລະອຽດ. ສ່ວນຄຳວ່າ “ໃຈເຂົ້າເຖິງ”ເປັນຂໍກຸນແຈໃນການເຮັດວຽກສຳຫຼວດຄົ້ນຄວ້າໃຫ້ດີ, ບໍ່ພຽງແຕ່ຕ້ອງຮັກແພງປະຊາຊົນດ້ວຍຄວາມຈິງໃຈເທົ່ານັ້ນ, ຍິ່ງຕ້ອງໄດ້ສຸມຄວາມພະຍາຍາມເຂົ້າໃນການຄົ້ນຄິດວິໄຈຢ່າງເລິກເຊິ່ງ, ຈາກປາກົດການທາງນອກເພື່ອເຫັນໄດ້ທາດແທ້, ຊອກໃຫ້ເຫັນທາດແທ້ແລະກົດເກນຂອງສິ່ງວັດຖຸແລະປາກົດການຕ່າງໆ ກໍຄືຊອກໃຫ້ເຫັນແນວຄິດແລະວິທີການແກ້ໄຂບັນຫາ.

 

ການແກ້ໄຂບັນຫາທີ່ແທ້ຈິງ ແລະແກ້ໄຂບັນຫາໃນໄລຍະຍາວ ໂດຍສຸມຄວາມພະຍາຍາມເຂົ້າໃນການແກ້ໄຂໃຫ້ຖືກຕ້ອງແລະມີປະສິດທິຜົນ ເຊິ່ງເປັນເປົ້າໝາຍຢ່າງສະເໝີຕົ້ນສະເໝີປາຍຂອງທ່ານສີຈິ້ນຜິງໃນການດຳເນີນວຽກງານສຳຫຼວດຄົ້ນຄວ້າ.

 

 ວັນທີ 3 ກຸມພາ2013, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມບ້ານຢວນກູຕຸ່ຍເມືອງເວີ້ຍຢວນແຂວງກ່ານຊູ້ ທາງພາກເໜືອຂອງຈີນ. ຢູ່ໃນເຮືອນເປ່ເພທີ່ກໍ່ດ້ວຍດິນຂອງຊາວບ້ານທີ່ມີຊື່ວ່າ ມາກາງ, ທ່ານສີຈິ້ນຜິງໄດ້ເອົາກະບວຍຕັກເອົານ້ຳໃນໄຫທີ່ຢູ່ແຈເຮືອນແລ້ວຊີມເບິ່ງກືນໜຶ່ງ, ຄິ້ວເພິ່ນສົນເຂົ້າທັນທີຍ້ອນລົດເຄັມແລະຂົມຂອງນ້ຳ. ເພິ່ນເວົ້າກັບບັນດາພີ່ນ້ອງຊາວບ້ານວ່າ: “ພັກແລະລັດຈະເອົາໃຈໃສ່ແລະຊ່ວຍເຫຼຶອບັນດາສະຫາຍ, ພວກເຮົາສູ້ຊົນພະຍາຍາມຮ່ວມກັນເພື່ອເຮັດໃຫ້ຊີວິດການເປັນຢູ່ນັບມື້ນັບດີຂຶ້ນ.”

 

ພາຍຫຼັງໄດ້ຊີມນ້ຳດື່ມທີ່ມີລົດເຄັມແລະຝາດຂອງຊາວບ້ານແລ້ວ, ທ່ານສີຈິ້ນຜິງໄດ້ສຳນຶກຮູ້ເຖິງຄວາມຫຍຸ້ງຍາກທາງດ້ານຊີວິດຕົວຈິງຂອງປະຊາຊົນທ້ອງຖິ່ນ, ເພິ່ນໄດ້ມີຄຳຊີ້ນຳໃຫ້ສະຫາຍການນຳທ້ອງຖິ່ນແລະການນຳພາກສ່ວນກ່ຽວຂ້ອງທີ່ເປັນເພື່ອນຮ່ວມທາງວ່າ “ຊີວິດການເປັນຢູ່ຂອງປະຊາຊົນເປັນບັນຫາບຸລິມະສິດອັນດັບໜຶ່ງ, ການແກ້ໄຂບັນຫານ້ຳດື່ມເປັນບັນຫາສຳຄັນ.” ຈາກນັ້ນມາ, ໂຄງການ “ເປັ່ງນ້ຳຖາວເຫີ” ເຊິ່ງເປັນໂຄງການທີ່ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນແຂວງກ່ານຊູ້ຫຼາຍຮ້ອຍລ້ານຄົນນັ້ນໄດ້ຮັບການເລັ່ງປະຕິບັດ, ບ້ານຢວນກູຕຸ່ຍໄດ້ເປີດກວ້າງແນວຄິດການປະຕິບັດວຽກງານຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍເທື່ອລະກ້າວ, ນ້ຳປະປາທີ່ຫວານຊື່ນໄດ້ໄຫຼເຂົ້າສູ່ທຸກໆຄົວເຮືອນຢ່າງບໍ່ຂາດສາຍ.

 



ວັນທີ24ມັງກອນ2017, ທ່ານສີຈິ້ນຜິງໄດ້ໄປຢາມລຸງ ສວີເສໄຫ ຊາວບ້ານບ້ານເຕີເຊິ້ງເມືອງຈ່າງເປີຍນະຄອນຈ່າງເຈ່ຍໂຂ້ວແຂວງເຫີເປີຍ

 

ການເດີນທາງໄປສຳຫຼວດຄົ້ນຄວ້າວຽກງານຢູ່ບ້ານຢວນກູຕຸ່ຍເປັນພຽງພາບສະທ້ອນພາບໜຶ່ງກ່ຽວກັບທ່ານສີຈິ້ນຜິງດຳເນີນການສຳຫຼວດຄົ້ນຄວ້າຢ່າງເລິກເຊິ່ງ,ລະອຽດ ແລະຕິດແທດຕົວຈິງໃນຊີວິດປະຈຳວັນເທົ່ານັ້ນ, ໃນຄວາມເປັນຈິງແລ້ວ, ນັບຕັ້ງແຕ່ເພິ່ນຂຶ້ນດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກກອມມູນິດຈີນເມື່ອປີ2012ເປັນຕົ້ນມາ, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດຄົ້ນຄວ້າຢູ່ຫຼາຍໆບ້ານຊົນນະບົດໃນທົ່ວປະເທດເປັນຕົ້ນແມ່ນ ບ້ານຫຼຽງເຈ່ຍເຫີ ແຂວງສ້ານຊີ່, ບ້ານເຕີເຊິ້ງແຂວງເຫີເປີຍ, ບ້ານຊ່ານເຫີແຂວງເສສວນ, ບ້ານເຝິງນານຢວນແຂວງຊ່ານຊີ່ ແລະອື່ນໆ.

 

ທ່ານສີຈິ້ນຜິງເວົ້າວ່າ: “ໄປເບິ່ງຕົວຈິງ ຈຶ່ງຈະຮູ້ສຶກໝັ້ນໃຈຂຶ້ນໜ້ອຍໜຶ່ງ” ຄຳເວົ້ານີ້ໄດ້ສະແດງໃຫ້ເຫັນເຖິງຫຼັກການເຮັດວຽກແລະຄວາມມຸ່ງໝາຍຂອງເພິ່ນຄື “ກາຍ”ຕ້ອງເຂົ້າສູ່ຮາກຖານ, “ໃຈ”ຍິ່ງຕ້ອງເຂົ້າເຖິງຮາກຖານ.

 

ໃນຖານະເປັນຜູ້ນຳປະເທດໃຫຍ່ທີ່ນຳພາປະຊາຊົນ1,4ຕື້ຄົນສູ້ຊົນນັ້ນ, ທ່ານສີຈິ້ນຜິງມີວຽກຫຼາຍໃນແຕ່ລະມື້, ແຕ່ເພິ່ນຍັງຍາດເວລາຍ່າງເຂົ້າໄປສູ່ທ່າມກາງປະຊາຊົນເພື່ອຮັບຮູ້ບັນຫາທີ່ປະຊາຊົນມີຄວາມເດືອດຮ້ອນ, ຫຍຸ້ງຍາກ ແລະມີຄວາມກັງວົນໃຈ. ໃນການສຳຫຼວດຄົ້ນຄວ້າວຽກງານ, ເພິ່ນໄປຢາມເຮືອນປະຊາຊົນ, ເປີດຝາອັດໝໍ້ເບິ່ງວ່າ ປະຊາຊົນກິນຫຍັງ, ຈັບບາຍຜ້າຫົ່ມເບິ່ງວ່າມັນຈະເປັນຜືນບາງໂພດຫຼືບໍ່?ເບິ່ງຫ້ອງນ້ຳວ່າມີຊັກໂຄກຫຼືບໍ່?ສອບຖາມຄົນເຈັບທີ່ເປັນຄວາມດັນເລືອດສູງຈະສາມາດເອົາຄ່າຢາຄືນຕາມລະບົບປະກັນສຸຂະພາບໄດ້ຫຼາຍເທົ່າໃດ? ທ່ານສີຈິ້ນຜິງໄດ້ສຳຜັດຕົວຈິງກັບສະພາບຊີວິດການເປັນຢູ່ຂອງປະຊາຊົນຢ່າງລະອຽດທຸກດ້ານ, ໄຈ້ແຍກບັນຫາທຸກຢ່າງເພື່ອສ້າງໃຫ້ມີແນວຄິດສຳຄັນໃນການແກ້ໄຂບັນຫາ.

 

“ປະຊາຊົນຍັງຕ້ອງການຫຍັງ, ພວກເຮົາຍັງເຮັດຫຍັງໄດ້?” ນີ້ຄື ຈຸດເລີ່ມຕົ້ນແລະຈຸດໝາຍຂອງທ່ານສີຈິ້ນຜິງໃນການດຳເນີນການສຳຫຼວດຄົ້ນຄວ້າ. ເມື່ອທົບທວນຄືນປະສົບການເຮັດວຽກຢູ່ຂັ້ນຮາກຖານຂອງທ່ານສີຈິ້ນຜິງ, ພວກເຮົາຈະເຫັນໄດ້ບໍ່ຍາກເລີຍວ່າ: ການຍຶດໝັ້ນດຳເນີນການສຳຫຼວດຄົ້ນຄວ້າໂດຍເລີ່ມຈາກສະພາບຕົວຈິງແມ່ນແບບແຜນວິທີເຮັດວຽກຂອງເພິ່ນຢ່າງສະເໝີຕົ້ນສະເໝີປາຍ.

 

ຕອນເຮັດວຽກຢູ່ເມືອງເຈີ້ງຕິ້ງແຂວງເຫີເປີຍເປັນເວລາ 3 ປີປາຍ, ທ່ານສີຈິ້ນຜິງໄດ້ໄປຮອດໄປເຖິງ 25 ຕາແສງ ແລະ 221 ບ້ານໃນທົ່ວເມືອງ. ຕອນເຮັດວຽກຢູ່ເຂດນິງເຕີແຂວງຟູຈ້ຽນ, ທ່ານສີຈິ້ນຜິງຫາກໍຂຶ້ນດຳລົງຕຳແໜ່ງໄດ້ບໍ່ຮອດ 3 ເດືອນ, ເພິ່ນໄດ້ໄປຮອດໄປເຖິງທົ່ວທັງ9ເມືອງພາຍໃນເຂດນິງເຕີ. ຕອນເຮັດວຽກຢູ່ແຂວງເຈີ້ຈ່ຽງ, ເພິ່ນໃຊ້ເວລາພຽງແຕ່ປີປາຍເທົ່ານັ້ນໄດ້ໄປເຄື່ອນໄຫວສຳຫຼວດຄົ້ນຄວ້າຢູ່ທັງໝົດ 90 ເມືອງໃນທົ່ວແຂວງ.

 

 ມີພຽງແຕ່ລົງເລິກປະຕິບັດຕົວຈິງ,ດຳເນີນການສຳຫຼວດຄົ້ນຄວ້າເທົ່ານັ້ນ, ຈຶ່ງຈະສາມາດຮູ້ແຈ້ງເຖິງຄວາມຈິງຂອງບັນຫາຢ່າງຮອບດ້ານ, ກຳຈັດສິ່ງທີ່ບໍ່ບໍລິສຸດ,ຮັກສາຫົວກະທິໄວ້, ກຳຈັດຂອງປອມ,ສະຫງວນຂອງແທ້, ກຳກັບທາດແທ້ແລະກົດເກນຂອງບັນຫາ, ວາງແນວຄິດແລະວິທີການແກ້ໄຂບັນຫາ, ເພື່ອເຮັດໃຫ້ໄດ້ຢ່າງແທ້ຈິງຄື  “ກາຍ” ເຂົ້າສູ່ຮາກຖານ, “ໃຈ” ເຂົ້າເຖິງຮາກຖານ, ບັນລຸຄວາມເປັນເອກະພາບກັນລະຫວ່າງຄວາມຮັບຮູ້ກັບການກະທຳ.

 

ບໍ່ມີການສຳຫຼວດຄົ້ນຄວ້າ ກໍບໍ່ມີສິດອອກຄຳເຫັນ, ຍິ່ງບໍ່ມີສິດກຳນົດນະໂຍບາຍ. ການສຳຫຼວດຄົ້ນຄວ້າແມ່ນຕິດພັນກັບອຸດົມການແຕ່ຫົວທີແລະການກະທຳຕົວຈິງ, ໄດ້ສອດຫ້ອຍຂໍ້ມູນຂ່າວສານແລະການກຳນົດນະໂຍບາຍ, ພົວພັນເຖິງອຸດົມການແຕ່ຫົວທີຂອງພັກແລະຄວາມສັດທາຂອງປະຊາຊົນ, ເປັນພື້ນຖານແຫ່ງການພັດທະນາພາລະກິດ ແລະວິທີການອັນຖືກຕ້ອງໃນການປະສົບຜົນ ສຳເລັດ.

 

ຄືດັ່ງທ່ານສີຈິ້ນຜິງໄດ້ເວົ້າຢູ່ເລື້ອຍໆໃນເວລາລົງຮາກຖານຕອນທີ່ເພິ່ນເຮັດວຽກຢູ່ແຂວງເຈີ້ຈ່ຽງວ່າ: “ຄັນບໍ່ກິນໝາກຈອງ ຊິຮູ້ລົດ ຊາດຂອງໝາກຈອງໄດ້ແນວໃດ?” ໃນໄລຍະທີ່ເຮັດວຽກຢູ່ນະຄອນນິງເຕີແຂວງຟູຈ້ຽນ, ທ່ານສີຈິ້ນຜິງຍັງໄດ້ກ່າວເນັ້ນໜັກວ່າ: “ບັນຫາທີ່ປະຊາຊົນສ່ອງແສງອອກມານັ້ນ ບໍ່ຕ້ອງຢ້ານ,ບໍ່ຕ້ອງຫຼົບຫຼີກ, ແຕ່ຫາກຕ້ອງລົງສູ່ຮາກຖານເພື່ອພົບເຫັນບັນຫາ, ປະເຊີນກັບບັນຫາແລະແກ້ໄຂບັນຫາ.”