ທາງລົດໄຟຈີນ-ລາວຈັດຕັ້ງປະຕິບັດຕາມແຜນການເດີນລົດໄຟໃໝ່

2023-07-26 15:26:53 CRI

 

    ອີງຕາມແຫຼ່ງຂ່າວຈາກກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງຈໍາກັດແຈ້ງໃຫ້ຮູ້ວ່າ: ເລີ່ມແຕ່ວັນທີ 25 ກໍລະກົດນີ້ເປັນຕົ້ນໄປ, ທາງລົດໄຟຈີນ-ລາວໄດ້ຈັດຕັ້ງປະຕິບັດຕາມແຜນການເດີນລົດໄຟໃໝ່, ຈາກນັ້ນ, ເຮັດໃຫ້ເວລາການເດີນທາງຕະຫຼອດໄລຍະທາງຫຼຸດລົງ 64 ນາທີຈາກເມື່ອກ່ອນໃຊ້ເວລາ 10 ຊົ່ວໂມງເຄິ່ງແຕ່ປັດຈຸບັນເຫຼືອພຽງແຕ່ 9 ຊົ່ວໂມງ 26 ນາທີ.


    ເພື່ອຍົກລະດັບຄຸນະພາບດ້ານການບໍລິການຂອງຂະບວນລົດໄຟໂດຍສານສາກົນຂອງທາງລົດໄຟຈີນ-ລາວຕື່ມອີກ, ກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງໄດ້ປະສານສົມທົບກັບພາກສ່ວນດ່ານພາສີ ກັບ ພາກສ່ວນກວດກາແລະຄວບຄຸມຕາມຊາຍແດນຢ່າງຫ້າວຫັນ, ໂດຍໄດ້ເພີ່ມຈໍານວນພະນັກງານ ແລະ ອຸປະກອນໃຫ້ຫຼາຍຂຶ້ນ, ພ້ອມທັງໄດ້ປັບປຸງຂັ້ນຕອນຜ່ານດ່ານ ໂດຍອີງຕາມປະສົບການດ້ານການບໍລິການຜ່ານດ່ານໃນໄລຍະເບື້ອງຕົ້ນ ກໍຄືຄວາມຮຽກຮ້ອງຕ້ອງການເຂົ້າ-ອອກເມືອງຂອງຜູ້ໂດຍສານ, ເຮັດໃຫ້ເວລາເຂົ້າ-ອອກເມືອງ ແລະ ເວລາຜ່ານດ່ານຂອງຜູ້ໂດຍສານຕ່າງໄດ້ຫຼຸດລົງຈາກ 1 ຊົ່ວໂມງເຄິ່ງໃນເມື່ອກ່ອນເຫຼືອພຽງແຕ່ 1 ຊົ່ວໂມງເທົ່ານັ້ນ.