ທູດຈີນປະຈໍາມຽນມາປະສານສົມທົບກັບລັດຖະມົນຕີການຕ່າງປະເທດມຽນມາກ່ຽວກັບການຕ້ານອາດຊະຍາກໍາຫຼອກລວງດ້ານໂທລະຄົມ

2023-07-26 15:56:43 CRI

    ວັນທີ 25 ກໍລະກົດນີ້ທີ່ນະຄອນຫຼວງເນປີດໍ, ທ່ານ ເສີນໄຫ ເອກອັກຄະລັດຖະທູດຈີນປະຈໍາມຽນມາໄດ້ພົບປະກັບທ່ານ ຕ່ານຊຸຍ ລັດຖະມົນຕີກະຊວງການຕ່າງປະເທດມຽນມາ, ສອງຝ່າຍໄດ້ປະສານສົມທົບກັນກ່ຽວກັບຫົວຂໍ້ສະເພາະດ້ານການຮ່ວມກັນຕໍ່ຕ້ານອາດຊະຍາກໍາຕ່າງໆຢູ່ມຽນມາເຊັ່ນ: ການຫຼອກລວງດ້ານໂທລະຄົມ, ການພະນັນທາງອິນເຕີເນັດ ແລະອື່ນໆ.


    ໃນໂອກາດດັ່ງກ່າວ, ທ່ານ ເສີນໄຫ ຊີ້ໃຫ້ເຫັນວ່າ: ໂດຍແນໃສ່ການຫຼອກລວງດ້ານໂທລະຄົມທີ່ສືບຕໍ່ມີທ່າອ່ຽງເພີ່ມຂຶ້ນຢູ່ເຂດຊາຍແດນກໍຄືຢູ່ພາກເໜືອຂອງມຽນມານັ້ນ, ສອງຝ່າຍຄວນນໍາໃຊ້ມາດຕະການທີ່ເຂັ້ມແຂງຕື່ມອີກ, ພ້ອມທັງປະສານສົມທົບກັບປະເທດໃກ້ຄຽງເພື່ອສຸມກໍາລັງດໍາເນີນການເຄື່ອນໄຫວໂຈມຕີແບບປະສົມຮອບໃໝ່, ລຶບລ້າງຈຸດທໍາການຫຼອກລວງດ້ານໂທລະຄົມຢ່າງສຸດຄວາມສາມາດ, ກອບກູ້ຊາວຈີນທີ່ຕົກເປັນເຫຍື່ອ, ພ້ອມທັງຈັບກຸ່ມກໍ່ອາດຊະຍາກໍາກໍຄືບຸກຄົນທີ່ກ່ຽວຂ້ອງມາລົງໂທດຕາມກົດໝາຍ.


    ທ່ານ ຕ່ານຊຸຍ ກ່າວວ່າ: ຝ່າຍມຽນມາໃຫ້ຄວາມສໍາຄັນເປັນຢ່າງສູງຕໍ່ບັນຫາທີ່ຝ່າຍຈີນເປັນຫ່ວງ, ຈະປະສານສົມທົບກັບຝ່າຍຈີນກໍຄືປະເທດໃກ້ຄຽງທີ່ກ່ຽວຂ້ອງ, ດໍາເນີນການເຄື່ອນໄຫວໂຈມຕີອາດຊະຍາກໍາໃນໄລຍະຕໍ່ໜ້າ, ເພື່ອປົກປັກຮັກສາຄວາມປອດໄພແລະຜົນປະໂຫຍດຂອງປະຊາຊົນສອງຊາດ.