ປະທານປະເທດຈີນລົງສໍາຫຼວດກວດກາວຽກງານຢູ່ແຂວງເສສວນຈີນ

2023-07-27 14:17:19 CRI

 

   ຕອນບ່າຍວັນທີ 25 ແລະ 26 ກໍລະກົດນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ລົງສໍາຫຼວດກວດກາວຽກງານຢູ່ທາງບູຮານເສສວນຊຸ້ຍຢຸນລາງທີ່ນະຄອນກວາງຢວນ ແລະ ຫໍພິພິທະພັນຊ່ານຊິ່ງຕຸ່ຍທີ່ນະຄອນເຕີຢາງແຂວງເສສວນຈີນ ເພື່ອຮັບຮູ້ສະພາບການຊຸກຍູ້ການສືບທອດວັດທະນະທໍາປະຫວັດສາດ, ເພີ່ມທະວີການສ້າງອະລິຍະທໍາດ້ານນິເວດກໍຄືການຂຸດຄົ້ນ, ຄົ້ນຄວ້າມໍລະດົກວັດທະນະທໍາປະຫວັດສາດ, ການອະນຸລັກ ແລະ ບູລະນະວັດຖຸບູຮານລວມທັງວຽກງານອື່ນໆຂອງທ້ອງຖິ່ນດັ່ງກ່າວ.