ຄວາມຮັກແພງອັນດູດດື່ມຂອງທ່ານສີຈິ້ນຜິງທີ່ມີຕໍ່ປະຊາຊົນເສສວນ(ພາກທີ1)

2023-07-27 18:01:05 cri



ຕອນບ່າຍວັນທີ 25 ແລະ 26ກໍລະກົດນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ສຳຫຼວດກວດກາວຽກງານຢູ່ນະຄອນກວາງຢວນ ແລະນະຄອນເຕີຢາງແຂວງເສສວນຕາມລຳດັບໂດຍເພິ່ນໄດ້ເດີນ ທາງໄປຢ້ຽມຢາມເສັ້ນທາງບູຮານສູຕ້າວຊຸ້ຍຢູນລາງແລະຫໍພິພິທະພັນຊ່ານຊິ່ງຕຸ່ຍ ເພື່ອຮັບຮູ້ສະພາບການຕ່າງໆຂອງທ້ອງຖິ່ນສອງແຫ່ງດັ່ງກ່າວເຊັ່ນ: ການຊຸກຍູ້ວຽກງານສືບທອດວັດທະນະທຳປະຫວັດສາດ, ການເພີ່ມທະວີການສ້າງສາຄວາມສິວິໄລດ້ານນິເວດ, ການຂຸດຄົ້ນແລະສຶກສາຄົ້ນຄວ້າຮ່ອງຮອຍວັດທະນະທຳປະຫວັດສາດ, ການອະນຸລັກແລະບູລະນະວັດຖຸບູຮານແລະອື່ນໆ.

 

ນັບຕັ້ງແຕ່ທ່ານສີຈິ້ນຜິງຂຶ້ນດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກກອມມູນິດຈີນເມື່ອປີ2012ເປັນຕົ້ນມາ, ເພິ່ນໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ແຂວງເສສວນຫຼາຍຄັ້ງ ເຊິ່ງໄດ້ເກີດມີພາບທີ່ໜ້າປະທັບໃຈແລະເລື່ອງລາວອັນຊາບຊຶ້ງເປັນຈຳນວນຫຼາຍຢູ່ຕາມດິນແດນແຫ່ງນີ້.

 



ວັນທີ 20 ເມສາ 2013, ຢູ່ເມືອງລູຊ່ານນະຄອນຢາອ່ານ ແຂວງເສສວນໄດ້ເກີດແຜ່ນດິນໄຫວຮຸນແຮງເຖິງຂັ້ນ7,0 ຣິກເຕີ, ທ່ານສີຈິ້ນຜິງໄດ້ອອກຄຳຊີ້ນຳທັນທີໃຫ້ພາກສ່ວນທີ່ກ່ຽວຂ້ອງດຳເນີນການຕ້ານໄພແລະກູ້ໄພ ພ້ອມທັງອອກຄຳສັ່ງໃຫ້ກອງທັບເຂົ້າໄປກູ້ໄພທັນທີ.

 

ວັນທີ 21 ພຶດສະພາປີດຽວກັນ, ທ່ານສີຈິ້ນຜິງໄດ້ເດີນທາງໄປເມືອງລູຊ່ານ ໂດຍເພິ່ນໄດ້ລົງສູ່ຕາແສງ,ຊົນນະບົດກໍຄືສະຖານທີ່ຈັດສັນປະຊາຊົນຜູ້ປະສົບໄພແຜ່ນດິນໄຫວ, ໂຮງຮຽນເຂດປະສົບໄພທີ່ສ້າງດ້ວຍເຮືອນຊົ່ວຄາວ, ສະຖານທີ່ກໍ່ສ້າງພື້ນຖານໂຄງລ່າງຊົ່ວຄາວ ເພື່ອຊີ້ນຳນຳພາວຽກງານຕ້ານໄພແລະກູ້ໄພຢູ່ພື້ນທີ່ຕົວຈິງ ພ້ອມທັງນຳເອົາຄວາມຮັກແພງຂອງສູນກາງພັກຝາກໄປເຖິງພະນັກງານແລະປະຊາຊົນຢູ່ເຂດປະສົບໄພ.

 

ຢູ່ສູນຈັດສັນປະຊາຊົນຜູ້ປະສົບໄພຊົ່ວຄາວທີ່ຕັ້ງຢູ່ສະໜາມກິລາໃນຮົ່ມເມືອງລູຊ່ານ, ທ່ານສີຈິ້ນຜິງໄດ້ຍ່າງເຂົ້າໄປໃນຕູບຜ້າເຕັ້ນແຕ່ລະຕູບເພື່ອຮັບຮູ້ຢ່າງລະອຽດກ່ຽວກັບສະພາບຊີວິດການເປັນຢູ່ຂອງປະຊາຊົນຜູ້ປະສົບໄພ. ເພິ່ນໄດ້ເວົ້າກັບບັນດາປະຊາຊົນທີ່ຍ່າງຫຸ້ມລ້ອມຢູ່ອ້ອມໂຕວ່າ: “ພາຍຫຼັງແຜ່ນດິນໄຫວເກີດຂຶ້ນແລ້ວ, ຂ້າພະເຈົ້າສຸດທີ່ເປັນຫ່ວງນຳບັນດາສະຫາຍ. ເມື່ອຢູ່ຕໍ່ໜ້າໄພ ພິບັດທີ່ຮ້າຍແຮງປານນີ້, ສາມາດເກີດມີສະພາບການຈັດສັນທີ່ດີໄດ້ຢ່າງວ່ອງໄວແບບນີ້, ມັນເປັນຜົນຈາກຄວາມພະຍາຍາມຮ່ວມ ກັນຂອງບັນດາສະຫາຍ. ພວກເຮົາຕ້ອງເລັ່ງລັດຟື້ນຟູການສ້າງສາຄືນໃໝ່ຫຼັງຈາກໄພພິບັດ ເພື່ອພະຍາຍາມໃຫ້ບັນດາສະຫາຍສາມາດຍ້າຍເຂົ້າໄປຢູ່ເຮືອນໃໝ່ທີ່ປອດໄພແລະວາງໃຈໄດ້ໂດຍໄວເທົ່າທີ່ຈະໄວໄດ້.” ທ່ານສີຈິ້ນຜິງຍັງໄດ້ຊີ້ນຳໃຫ້ພະນັກງານທ້ອງຖິ່ນເພີ່ມທະວີການຄຸ້ມຄອງສູນຈັດສັນປະຊາຊົນຜູ້ປະສົບໄພ, ຮ່ວມກັບປະຊາຊົນສ້າງຄອບຄົວໃຫຍ່ທີ່ປອດໄພແລະອົບອຸ່ນ.

 



  ວັນທີ 11 ກຸມພາ 2018, ກ່ອນບຸນກຸດຈີນ ຫຼືບຸນປີໃໝ່ຕາມຈັນທະຄະຕິຈີນໃກ້ຈະໝູນວຽນມາເຖິງ, ທ່ານສີຈິ້ນຜິງ ທີ່ກຳລັງສຳຫຼວດກວດກາວຽກງານຢູ່ແຂວງເສສວນໄດ້ເດີນທາງເຂົ້າສູ່ເຂດສ່ວນເລິກພູຕ້າຫຼຽງຈົນໄປເຖິງບ້ານຊ່ານເຫີຕາແສງຊ່ານຊ້າເຫີເມືອງຈ່າວເຈ.

 

   ບ້ານຊ່ານເຫີເປັນບ້ານເຜົ່າຢີທີ່ຕັ້ງຢູ່ສັນພູທີ່ມີລະດັບສູງຈາກໜ້ານ້ຳທະເລ 2.500 ແມັດ.

 

   ໂດຍຍ່າງໄປຕາມເສັ້ນທາງເທິງພູທີ່ທຸລະກັນດານ, ທ່ານສີຈິ້ນຜິງໄປຢ້ຽມຢາມເຮືອນຂອງທຸກໆຄອບຄົວທຸກຍາກ ພ້ອມທັງວສົມທົບກັບຈຸດພິເສດຂອງທ້ອງຖິ່ນເພື່ອໃຫ້ຄຳແນະນຳແກ່ຊາວບ້ານທັງຫຼາຍໃນການສ້າງຄວາມຮັ່ງມີ.

 

  ທ່ານສີຈິ້ນຜິງໄດ້ໄປເຮືອນຂອງແມ່ເຖົ້າຈີມູ້ຈືໂລ້ ເພື່ອຮ່ວມກັບພະນັກງານແລະປະຊາຊົນທ້ອງຖິ່ນດຳເນີນການສົນທະນາແບບນັ່ງອ້ອມເຕົາໄຟ ອັນໄດ້ສ້າງພາບປະທັບໃຈຢ່າງເລິກເຊິ່ງໃຫ້ຄົນທັງຫຼາຍ.

 

ທ່ານສີຈິ້ນຜິງກ່າວວ່າ: “ຂ້າພະເຈົ້າມີຄວາມຫ່ວງໃຍເຖິງພີ່ນ້ອງເຜົ່າຢີມາໂດຍຕະຫຼອດ. ພູຕ້າລຽງ ແລະພູສ້ຽວລຽງ, ຂ້າພະເຈົ້າຢາກມາທີ່ແຫ່ງນີ້ຕະຫຼອດ, ເມື່ອມາເຖິງພື້ນທີ່ຕົວຈິງແລ້ວຈັ່ງແມ່ນຮູ້ສຶກປະທັບໃຈຫຼາຍ.”

 

ທ່ານສີຈິ້ຜິງກ່າວຕື່ມວ່າ: “ປະເທດຈີນພວກເຮົາພັດທະນາພາລະກິດສັງຄົມນິຍົມກໍແມ່ນເພື່ອເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີແລະມີຄວາມສຸກ, ການສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຜົນຢ່າງຮອບດ້ານແມ່ນບໍ່ປ່ອຍປະໃຫ້ຊົນເຜົ່າໜຶ່ງ, ຄອບຄົວໜຶ່ງແລະບຸກຄົນໜຶ່ງໄວ້ຢູ່ຂ້າງຫຼັງ.”

 

ຄວາມເວົ້າທີ່ອອກມາຈາກໃຈຈິງທີ່ກ່າວຢູ່ຂ້າງເຕົາໄຟໄດ້ເຮັດໃຫ້ປະຊາຊົນບ້ານເຜົ່າຢີມີຄວາມຮູ້ສຶກອົບອຸ່ນໃຈເປັນພິເສດ.

 



ພາຍຫຼັງອອກຈາກບ້ານຊ່ານເຫີແລ້ວ, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ບ້ານໂຮຜູ ຕາແສງເຈຍຟ້າງ ທີ່ຢູ່ໃກ້ຄຽງກັນ.

 

ບ້ານໂຮຜູເປັນບ້ານຈັດສັນໃໝ່ສຳລັບຍົກຍ້າຍປະຊາຊົນໄປອາໄສຢູ່ເພື່ອຫຼຸດຜ່ອນຄວາມທຸກຍາກ, ເຮືອນຈັດສັນໃໝ່ສຳລັບປະຊາ ຊົນຜູ້ຍົກຍ້າຍແມ່ນສ້າງຂຶ້ນລຽບຕາມເສັ້ນທາງຫຼວງທີ່ຕັດຜ່ານເນີນພູ.

 

ເມື່ອຍ່າງເຂົ້າໄປເຖິງເຮືອນໃໝ່ຂອງລຸງຈີຕີ້ເອີຈື ຊາວບ້ານຜູ້ທຸກຍາກ, ທ່ານສີຈິ້ນຜິງໄດ້ຢືນຢູ່ເດີ່ນບ້ານຈ້ອງມອງເບິ່ງພາບທົ່ວບ້ານໂຮຜູ ພ້ອມທັງຮັບຟັງພະນັກງານບ້ານລາຍງານໃຫ້ຮູ້ສະພາບການຕ່າງໆຂອງບ້ານແຫ່ງນີ້ເຊັ່ນ: ການຊຸກຍູ້ໂຄງການຈັດສັນພູມລຳເນົາເພື່ອຫຼຸດຜ່ອນຄວາມທຸກຍາກ, ການສ້າງສາບ້ານໃໝ່ເຜົ່າຢີ, ການພັດທະນາອຸດສາຫະກຳເພື່ອຫຼຸດຜ່ອນຄວາມທຸກຍາກແລະອື່ນໆ, ຫຼັງຈາກນັ້ນ, ທ່ານສີຈິ້ນຜິງໄດ້ເຂົ້າໄປກວດເບິ່ງຢູ່ພາຍໃນເຮືອນເພື່ອຮັບຮູ້ສະພາບການຜະລິດແລະການດຳລົງຊີວິດຂອງຄອບຄົວນີ້.

 

ທ່ານສີຈິ້ນຜິງກ່າວວ່າ: ພຶດຕິກຳຕົວຈິງຢູ່ທີ່ແຫ່ງນີ້ໄດ້ພິສູດໃຫ້ເຫັນແລ້ວວ່າ:ການຈັດສັນພູມລຳເນົາເພື່ອຫຼຸດຜ່ອນຄວາມທຸກຍາກເປັນວິທີທີ່ມີປະສິດທິຜົນໃນການບັນລຸເປົ້າໝາຍລຶບລ້າງຄວາມທຸກຍາກຢ່າງຖືກເປົ້າໝາຍ, ຕ້ອງເຮັດວຽກນີ້ໃຫ້ດີແລະໃຫ້ເກີດປະສິດທິຜົນຕົວຈິງ. ການຈັນສັນຍົກຍ້າຍປະຊາຊົນຕ້ອງຕິດພັນຢ່າງສະໜິດແໜ້ນກັບການພັດທະນາອຸດສາຫະກຳ ແລະການຈັດຫາວຽກເຮັດງານທຳ ເພື່ອເຮັດໃຫ້ປະຊາຊົນຜູ້ຍົກຍ້າຍສາມາດຢູ່ໄດ້ຢ່າງຖາວອນ, ປະກອບອາຊີບໄດ້ແລະພັດທະນາໄດ້.

 

ຕອນທີ່ທ່ານສີຈິ້ນຜິງອຳລາຈາກໄປ, ບັນດາຊາວບ້ານທີ່ນຸ່ງຊຸດເຜົ່າຢີຢ່າງສວຍສົດງົດງາມຢືນລຽນແຖວຍາວຢຽດ, ທ່ານເລຂາໜ່ວຍພັກບ້ານໄດ້ຕາງໜ້າໃຫ້ປະຊາຊົນທົ່ວທັງບ້ານມອບຊຸດປະເພນີເຜົ່າຢີທີ່ຊື່ວ່າ “ຊາເອີວາ” ໃຫ້ທ່ານເລຂາທິການໃຫຍ່ສີຈິ້ນຜິງ ເພື່ອສະແດງຄວາມເຄົາລົບຮັກຕໍ່ເພິ່ນ. ຢູ່ໃນໝູ່ຊາວບ້ານທັງຫຼາຍ ມີຄົນໜຶ່ງໄດ້ຮ້ອງເພງພື້ນເມືອງເຜົ່າຢີທີ່ມີຊື່ວ່າ “ຊວນແຂກຢູ່ຕໍ່”, ແລະຄົນທັງຫຼາຍກໍພາກັນຮ້ອງຂຶ້ນນຳ… ສຽງຕົບມື, ສຽງເພງ ແລະສຽງຮ້ອງໂຮຊົມເຊີຍໄດ້ດັງກ້ອງກັງວານໄປທົ່ວທັງບ້ານ.

 



ວັນທີ 12 ກຸມພາ2018,  ຢູ່ບ້ານຈ້ານສີເມືອງພີຕູ່ນະຄອນເສີງຕູ່ແຂວງເສສວນແມ່ນເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ. ຊາວບ້ານທັງຫຼາຍພາກັນຖ່າຍຮູບຄອບຄົວ, ຂຽນຄະຕິຄູ່ບຸນກຸດຈີນ, ເຮັດເຂົ້າໜົມບົວລອຍຢູ່ຕາມແຖວຖະໜົນເພື່ອສະຫຼອງບຸນກຸດຈີນ ບຸນປີໃໝ່ຕາມຈັນທະຄະຕິຈີນທີ່ທາງບ້ານໄດ້ຈັດຕັ້ງຂຶ້ນ.

 

 ເມື່ອເຫັນທ່ານສີຈິ້ນຜິງຍ່າງເຂົ້າມາ, ຊາວບ້ານທັງຫຼາຍພາກັນທັກທາຍຖາມສະບາຍດີນຳເພິ່ນ. ຜູ້ເຖົ້າຄົນໜຶ່ງທີ່ພວມຖ່າຍຮູບຮ່ວມນຳຄອບຄົວໄດ້ຈັບມືທ່ານສີຈິ້ນຜິງທັງເວົ້າດ້ວຍຄວາມຕື່ນເຕັ້ນວ່າ: “ທ່ານເປັນຜູ້ນຳທີ່ດີຂອງພວກເຮົາ, ເປັນຜູ້ທີ່ນຳເອົາໂຊກລາບມາໃຫ້ປະຊາຊົນຈີນ.” ທ່ານສີຈິ້ນຜິງຕອບດ້ວຍຮອຍຍິ້ມວ່າ: “ຂອບໃຈ, ຂ້າພະເຈົ້າເປັນຜູ້ຮັບໃຊ້ປະຊາຊົນ.”

 

ເມື່ອເຫັນຊາວບ້ານກຳລັງເຮັດເຂົ້າໜົມບົວລອຍຢູ່ແຄມຖະໜົນ, ທ່ານສີຈິ້ນຜິງກໍຍ່າງເຂົ້າໄປເບິ່ງດ້ວຍຄວາມສົນໃຈເປັນທີ່ສຸດ, ເພິ່ນໄດ້ຍົກໂປ້ຂຶ້ນ ພ້ອມທັງເວົ້າກັບຄົນທັງຫຼາຍດ້ວຍພາສາເສສວນວ່າ: “ຂໍອວຍພອນໃຫ້ຊີວິດຂອງພວກສະຫາຍຈົ່ງມີຄວາມສຸກສຳ ລານປຽບເໝືອນກິນເຂົ້າໜົມບົວລອຍເດີ!”