ສະຖານທູດແລະກົງສຸນຟິລິບປິນປະຈຳຈີນຈະທົດລອງບໍລິການໃຫ້ວິຊາເອເລັກໂຕຣນິກ ນັບແຕ່ວັນທີ 24 ສິງຫາໜ້ານີ້ເປັນຕົ້ນໄປ

2023-07-27 15:17:34 cri


ສື່ມວນຊົນຟິລິບປິນແຈ້ງຂ່າວໃຫ້ຮູ້ວ່າ, ວັນທີ 25 ກໍລະກົດນີ້, ກະຊວງການຕ່າງປະເທດຟິລິບປິນປະກາດວ່າ, ລັດຖະບານຟິລິບປິນຈະທົດລອງການໃຫ້ການບໍລິວິຊາເອເລັກໂຕຣນິກ ຢູ່ອົງການການຕ່າງປະເທດຟິລິບປິນປະຈຳຈີນ ນັບແຕ່ວັນທີ 24 ສິງຫາໜ້ານີ້ເປັນຕົ້ນໄປ.


ໃນຖະແຫຼງການສະບັບໜຶ່ງຂອງກະຊວງການຕ່າງປະເທດຟິລິບປິນໄດ້ລະບຸວ່າ: ການບໍລິການດັ່ງກ່າວຈະອະນຸຍາດໃຫ້ຄົນຕ່າງປະເທດທີ່ໄປທ່ອງທ່ຽວແລະດຳເນີນທຸລະກິດຢູ່ຟິລິບປິນ ຂໍວິຊາທາງໄກ ໂດຍຜ່ານຄອມພິວເຕີ, ໂນດບຸກແລະອຸປະກອນເຄື່ອນທີ່ສ່ວນຕົວຂອງຕົນ.


ກ່ອນໜ້ານັ້ນ, ກະຊວງການຕ່າງປະເທດຟິລິບປິນແຈ້ງໃຫ້ຮູ້ວ່າ, ຊ້າສຸດ ຟິລິບປິນມີແຜນການຈະໃຊ້ລະບົບວິຊາເອເລັກໂຕຣນິກຮອບດ້ານກ່ອນທ້າຍເດືອນກັນຍາປີນີ້.