ອູແກຣນນຳໃຊ້ລະເບີດລູກຫວ່ານໄດ້ປົດໜ້າກາກແຫ່ງໜ້າຊື່ໃຈຄົດຂອງອາເມຣິກາ

2023-07-27 16:29:32 cri

ວັນທີ 22 ກໍລະກົດນີ້, ເຈົ້າໜ້າທີ່ກະຊວງປ້ອງກັນປະເທດຣັດເຊຍກ່າວວ່າ: ໃນເວລານັກຂ່າວຣັດເຊຍ 4 ຄົນລາຍງານຂ່າວຢູ່ເຂດຊາໂປໂຣເຢ ຖືກລະເບີດລູກຫວ່ານຂອງກອງທັບອູແກຣນ, ສົ່ງຜົນເຮັດໃຫ້ມີນັກຂ່າວຄົນໜຶ່ງເສຍຊີວິດ. ຕອນຄ່ຳວັນທີ 23 ກໍລະກົດນີ້, ຄຸ້ມຊຸມຊົນແຫ່ງໜຶ່ງຂອງເຂດລູຮັນ ກໍຖືກລະເບີດລູກຫວ່ານຂອງກອງທັບອູແກຣນໂຈມຕີ. ກ່ອນໜ້ານີ້, ທ່ານເຄີບີ ໂຄສົກຄະນະກຳມາທິການຄວາມໝັ້ນຄົງແຫ່ງຊາດອາເມຣິກາກໍເຄີຍກ່າວວ່າ: ອູແກຣນພວມນຳໃຊ້ລະເບີດລູກຫວ່ານຢ່າງເໝາສົມ.


ຈາກການນຳໃຊ້ລະເບີດລູກຫວ່ານແລ້ວສອງຝ່າຍໄດ້ທຳລາຍສິ່ງກໍ່ສ້າງພື້ນຖານໂຄງລ່າງຂອງກັນແລະກັນ ແລະ ໂຈມຕີຄຸ້ມຊຸມຊົນ. ການປະທະກັນລະຫວ່າງຣັດເຊຍແລະອູແກຣນໄດ້ປາກົດມີທ່ວງທ່າທີ່ສູນເສຍການຄວບຄຸມເທື່ອລະກ້າວ. ສ່ວນສາເຫດທີ່ເຮັດໃຫ້ເກີດສະພາບການດັ່ງກ່າວ, ແມ່ນອາເມຣິກາໄດ້ຂົນສົ່ງລະເບີດລູກຫວ່ານ ທີ່ເປັນອາວຸດປະເພດເກືອດຫ້າມໄປເຖິງອູແກຣນ.


ລະເບີດລູກຫວ່ານອາດຈະເຮັດໃຫ້ປະຊາຊົນເສຍຊີວິດແລະໄດ້ຮັບບາດເຈັບເປັນຈຳນວນຫຼວງຫຼາຍ, ສະນັ້ນມີ 123 ປະເທດ ແລະ ເຂດແຄວ້ນໃນໂລກຫ້າມບໍ່ໃຫ້ໃຊ້ລະເບີດລູກຫວ່ານ. ປະເທດ ແລະ ເຂດແຄວ້ນເຫຼົ່ານີ້ລ້ວນແຕ່ໄດ້ເຊັນ “ສົນທິສັນຍາຫ້າມບໍ່ໃຫ້ນຳໃຊ້, ສະສົມ, ຜະລິດ ຫຼື ໂອນລະເບີດລູກຫວ່ານ” ຫຼື CCM. ແຕ່ວ່າ, ອາເມຣິກາທີ່ຈະເລີນຮຸ່ງເຮືອງຂຶ້ນໂດຍຜ່ານຈາກສົງຄາມ ແລະ ຮັກສາຖານະເຈົ້າອຳນາດຂອງຕົນດ້ວຍສົງຄາມນັ້ນ ພັດບໍ່ໄດ້ຍຸດຕິການຜະລິດ, ສະສົມ ແລະ ນຳໃຊ້ອາວຸດປະເພດນີ້ຈັກເທື່ອ. ອີງຕາມບົດລາຍງານຂອງອົງການຕິດຕາມສິດທິມະນຸດ ຫຼື HRW, ລະຫວ່າງປີ 2001 ຫາປີ 2016, ອາເມຣິກາໄດ້ຖິ້ມລະເບີດລູກຫວ່ານຫຼາຍກວ່າ 220.000 ກວ່າໜ່ວຍຢູ່ອີຣັກ, ອັຟການິສະຖານ ແລະ ຊີຣີ, ສົ່ງຜົນເຮັດໃຫ້ປະຊາຊົນທຳມະດາສາມັນເສຍຊີວິດ 600 ກວ່າຄົນ.

ອູແກຣນນຳໃຊ້ລະເບີດລູກຫວ່ານກໍໄດ້ປົດໜ້າກາກແຫ່ງໜ້າຊື່ໃຈຄົດຂອງອາເມຣິກາອອກໝົດ.


ນັບແຕ່ທ່ານໂຈ ໄບເດັນຂຶ້ນດຳລົງຕຳແໜ່ງປະທານາທິບໍດີອາເມຣິກາເປັນຕົ້ນມາ, ໄດ້ກ່າວເນັ້ນໜັກເຖິງສິດທິມະນຸດມາໂດຍຕະຫຼອດ ແລະ ສຸມໃສ່ປົກປັກຮັກສາ “ຄວາມເປັນລະບຽບບົນພື້ນຖານກະຕິກຳ”. ໃນໄລຍະໜຶ່ງຜ່ານມາ, ລັດຖະບານໂຈ ໄບເດັນກໍໄດ້ກ່າວຕຳໜິການກະທຳຂອງອູແກຣນທີ່ໄດ້ນຳໃຊ້ອາວຸດປະເພດທີ່ໄດ້ສ້າງຜົນຮ້າຍຢ່າງໜັກໜ່ວງຕໍ່ປະຊາຊົນ. ແຕ່ວ່າ, ເມື່ອອາເມຣິກາພົບເຫັນວ່າ, ອູແກຣນໄດ້ຕົກເຂົ້າໃນສະພາບຄວາມຫຍຸ້ງຍາກ ແລະ ອາດຈະປະສົບຄວາມຫຼົ້ມເຫຼວ, ອາເມຣິກາກໍປະຖິ້ມຫຼັກການຂອງຕົນໂດຍບໍ່ມີຄວາມລັງເລໃຈແມ່ນແຕ່ໜ້ອຍ ເພື່ອສະແຫວງຫາຜົນປະໂຫຍດຂອງຕົນ ເຊິ່ງການຂົນສົ່ງລະເບີດລູກຫວ່ານໄປໃຫ້ອູແກຣນ ກໍເປັນການພິສູດຂໍ້ນີ້ຢ່າງຈະແຈ້ງທີ່ສຸດ.


ອາເມຣິກາໄດ້ສະໜອງລະເບີດລູກຫວ່ານແກ່ອູແກຣນ, ບໍ່ພຽງແຕ່ເຮັດໃຫ້ການປະທະກັນ ແລະ ການໃຊ້ຄວາມຮຸນແຮງຂອງພາກພື້ນດຸເດືອດຂຶ້ນຕື່ມອີກເທົ່ານັ້ນ, ຫາກຍັງໄດ້ທຳລາຍພາບພົດ ແລະ ຊື່ສຽງຂອງອາເມຣິກາເອງໃນໂລກຢ່າງຮ້າຍແຮງອີກດ້ວຍ, ອາເມຣິກາຈະບໍ່ສາມາດກ່າວຕຳໜິປະເທດອື່ນໆໃນໂລກລະເມີດສິດທິມະນຸດ ແລະ ກົດໝາຍສາກົນອີກຈາກດ້ານສິນທຳ, ຖ້ອຍຄຳທີ່ຈອມປອມໂດຍຖືຕົວເປັນຜູ້ຊຸກຍູ້ສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກຂອງອາເມຣິກາ ກໍບໍ່ໜ້າເຊື່ອອີກ.


ອາເມຣິກາຄວນຍຸດຕິການສະໜອງລະເບີດລູກຫວ່ານໃຫ້ແກ່ອູແກຣນໃນທັນທີ ແລະ ເຂົ້າຮ່ວມເປັນປະເທດພາຄີ CCM, ຮັບຜິດຊອບຕໍ່ຜົນຮ້າຍຢ້ອນຫຼັງໃນການນຳໃຊ້ລະເບີດລູກຫວ່ານໃນອະດີດຂອງຕົນ ພ້ອມທັງໃຫ້ຄ່າຊົດເຊີຍ ແລະ ຊ່ວຍເຫຼືອແກ່ຜູ້ຖືກເຄາະຮ້າຍ. ມີແຕ່ເຮັດແນວນີ້, ອາເມຣິກາຈິ່ງຈະສົມຄວນເວົ້າເຖິງສິດທິມະນຸດ ແລະ ລະບຽບຂອງໂລກ, ຈິ່ງຈະສາມາດຊຸກຍູ້ສັນຕິພາບ ແລະ ຄວາມໝັ້ນຄົງຢ່າງແທ້ຈິງໄດ້.