ຄວາມຮັກແພງອັນດູດດື່ມຂອງທ່ານສີຈິ້ນຜິງທີ່ມີຕໍ່ປະຊາຊົນເສສວນ(ພາກທີ2)

2023-07-28 11:33:46 cri



ຕອນບ່າຍວັນທີ 25 ແລະ 26ກໍລະກົດນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ສຳຫຼວດກວດກາວຽກງານຢູ່ນະຄອນກວາງຢວນ ແລະນະຄອນເຕີຢາງແຂວງເສສວນຕາມລຳດັບໂດຍເພິ່ນໄດ້ເດີນ ທາງໄປຢ້ຽມຢາມເສັ້ນທາງບູຮານສູຕ້າວຊຸ້ຍຢູນລາງແລະຫໍພິພິທະພັນຊ່ານຊິ່ງຕຸ່ຍ ເພື່ອຮັບຮູ້ສະພາບການຕ່າງໆຂອງທ້ອງຖິ່ນສອງແຫ່ງດັ່ງກ່າວເຊັ່ນ: ການຊຸກຍູ້ວຽກງານສືບທອດວັດທະນະທຳປະຫວັດສາດ, ການເພີ່ມທະວີການສ້າງສາຄວາມສິວິໄລດ້ານນິເວດ, ການຂຸດຄົ້ນແລະສຶກສາຄົ້ນຄວ້າຮ່ອງຮອຍວັດທະນະທຳປະຫວັດສາດ, ການອະນຸລັກແລະບູລະນະວັດຖຸບູຮານແລະອື່ນໆ.

 

ນັບຕັ້ງແຕ່ທ່ານສີຈິ້ນຜິງຂຶ້ນດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກກອມມູນິດຈີນເມື່ອປີ2012ເປັນຕົ້ນມາ, ເພິ່ນໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ແຂວງເສສວນຫຼາຍຄັ້ງ ເຊິ່ງໄດ້ເກີດມີພາບທີ່ໜ້າປະທັບໃຈແລະເລື່ອງລາວອັນຊາບຊຶ້ງເປັນຈຳນວນຫຼາຍຢູ່ຕາມດິນແດນແຫ່ງນີ້.

 

ເສສວນຕັ້ງຢູ່ຍ່ານເໜືອຂອງແມ່ນ້ຳຢາງເຊ ເຊິ່ງເປັນດິນແດນທີ່ອຸດົມສົມບູນອັນກວ້າງໃຫຍ່ໄພສານ, ມີສົມຍານາມເປັນ “ແດນສະຫວັນ”ມາຕັ້ງແຕ່ບູຮານນະການຈົນມາເຖິງປັດຈຸບັນນີ້.

 



ວັນທີ 8 ມິຖຸນາ2022, ໂດຍແຂ່ງແດດກ້າ, ທ່ານສີຈິ້ນຜິງໄດ້ຍ່າງໄປກາງນາຂອງຖານປູກເຂົ້າສະມັດຕະພາບສູງຢູ່ບ້ານຢົງເຟິ່ງຕາແສງໄທ້ເຫີເມືອງຕົ່ງໂພນະຄອນເມີຍຊ່ານແຂວງເສສວນ,ເພິ່ນໄດ້ກົ້ມຫົວລົງກວດເບິ່ງສະພາບການເຕີບໂຕຂອງຕົ້ນເຂົ້າ.

 

ທ່ານສີຈິ້ນຜິງໄດ້ສົນທະນາກັບທ່ານມ໋າຈວິ່ນ ຜູ້ຊ່ຽວຊານດ້ານກະສິກຳ, ສາສະດາຈານມະຫາວິທະຍາໄລກະສິກຳເສສວນ ໂດຍເພິ່ນຖາມວ່າ:

 

“ສະພາບຕົ້ນເຂົ້າໃນປັດຈຸບັນເປັນແນວໃດ?”

 

ທ່ານມ໋າຈວິ່ນຕອບວ່າ: “ເມື່ອເບິ່ງຈາກຈຳນວນທີ່ແຕກໃບຂອງຕົ້ນດຽວແລ້ວສະແດງວ່າຈະມີສະມັດຕະພາບສູງ.”

 

“ສະມັດຕະພາບສູງເຖິງຂະໜາດໃດ?”

“ສະມັດຕະພາບເຂົ້ານາຢູ່ທີ່ແຫ່ງນີ້ສູງສຸດແມ່ນໄດ້ເຖິງ13ໂຕນເຄິ່ງຕໍ່ເຮັກຕາ, ສະເລ່ຍແລ້ວແມ່ນໄດ້ເຖິງ10,2ໂຕນຕໍ່ເຮັກຕາ.”

 

ທ່ານມ໋າຈວິ່ນເວົ້າຕື່ມດ້ວຍຄວາມໝັ້ນໃຈຢ່າງເຕັມປ່ຽມວ່າ: “ຂໍໃຫ້ທ່ານເລຂາທິການໃຫຍ່ຈົ່ງໄວ້ວາງໃຈ! ພວກເຮົາຍ່ອມຈະສາມາດບັນລຸເປົ້າໝາຍການມີສະບຽງອາຫານໄວ້ຢູ່ນຳວິທະຍາສາດເຕັກໂນໂລຊີ, ຖ້ວຍເຂົ້າຈີນຕ້ອງໃສ່ສະບຽງອາຫານຈີນ.”

 

ທ່ານສີຈິ້ນຜິງເວົ້າດ້ວຍຄວາມດີໃຈວ່າ: “ພວກສະຫາຍເຮັດວຽກນີ້ລຳບາກຫຼາຍ, ຊົ່ວຊິໄດ້ຜົນງານມາກໍຕ້ອງໃຊ້ເວລາດົນນານ, ຕ້ອງແຂ່ງແດດແຂ່ງຝົນເປັນປະຈຳໂດຍບໍ່ເຫັນແກ່ຊື່ສຽງແລະຜົນປະໂຫຍດສ່ວນຕົວ, ມີການປະກອບສ່ວນອັນໃຫຍ່ຫຼວງທີ່ສຸດ. ປະເທດພວກເຮົາສາມາດມີຄວາມອຸດົມສົມບູນໃນດ້ານການກິນການນຸ່ງຫົ່ມ,ຊ່ຽວຊານດ້ານກະສິກຳແມ່ນມີຄຸນງາມຄວາມດີເປັນຢ່າງສູງ.”

 

ຄຳສົນທະນາແບບນີ້ແມ່ນໄດ້ສ່ອງແສງໃຫ້ເຫັນເຖິງທ່ານສີຈິ້ນຜິງເອົາໃຈໃສ່ເປັນຢ່າງສູງຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານ.

 

ເມື່ອຈ້ອງມອງເບິ່ງທົ່ງນາອັນກວ້າງໃຫຍ່ໄພສານ, ທ່ານສີຈິ້ນຜິງແມ່ນມີສາຍຕາເບິ່ງກວ້າງມອງໄກ: “ປະຊາຊົນຖືສະບຽງອາຫານເປັນສິ່ງສຳຄັນທີ່ສຸດ. ການຊຸກຍູ້ຄວາມທັນສະໄໝດ້ານກະສິກຳແມ່ນຕ້ອງອາໄສຊ່ຽວຊານດ້ານກະສິກຳຂອງຈີນແລະຍັງຕ້ອງອາໄສຊາວກະສິກອນຈີນ, ພວກເຮົາມີຄວາມໝັ້ນໃຈໃນການບັນລຸເປົ້າໝາຍຄວາມໝັ້ນຄົງດ້ານສະບຽງອາຫານ. ເສສວນຕ້ອງພັດທະນາກະສິກຳໃຫ້ດີແລະພັດທະນາການຜະລິດພືດພັນທັນຍາຫານໃຫ້ດີ.”

 

ວັນທີ 8 ມິຖຸນາ2022, ໃນເວລາສຳຫຼວດກວດກາວຽກງານຢູ່ບ້ານຢົງເຟິ່ງຕາແສງໄທ້ເຫີເມືອງຕົ່ງໂພນະຄອນເມີຍຊ່ານແຂວງເສສວນ,ທ່ານສີຈິ້ນຜິງໄດ້ຍ່າງເຂົ້າໄປໃນສຸກສາລາຂອງບ້ານແຫ່ງນີ້ເປັນການສະເພາະ.

 

“ຢາປົວພະຍາດເບົາຫວານຊະນິດນີ້ລາຄາເທົ່າໃດ?”, “ກິນຢາແກ້ຄວາມດັນເລືອດສູງຊະນິດນີ້ເປັນເວລາໜຶ່ງປີ, ຈະໄດ້ເງິນອຸດໜູນຫຼາຍປານໃດ?”… ທ່ານສີຈິ້ນຜິງໄດ້ສອບຖາມຢ່າງລະອຽດກ່ຽວກັບລາຄາຢາປົວພະຍາດ,ເງິນອຸດໜູນແລະສະພາບການອື່ນໆ. ພາຍຫຼັງພະນັກງານສຸກສາລາໃຫ້ຄຳຕອບສຳລັບແຕ່ລະຄຳ ຖາມແລ້ວ, ທ່ານສີຈິ້ນຜິງທັງເວົ້າທັງງຶກຫົວໄປພ້ອມວ່າ: “ການນຸ່ງຫົ່ມ, ການກິນການຢູ່,ການເດີນທາງ ແລະຍັງມີການຢາແລະການປິ່ນປົວສຸຂະພາບ, ທັງໝົດນີ້ແຫຼະຄືສິ່ງທີ່ປະຊາຊົນໃຫ້ຄວາມສົນໃຈທີ່ສຸດ. ຄວນພັດທະນາຢາຊະນິດໃໝ່, ຢາທີ່ປະດິດສ້າງໃໝ່ ແລະຢາທີ່ຈີນຜະລິດເອງໃຫ້ຫຼາຍຂຶ້ນ, ເພື່ອເຮັດໃຫ້ລາຄາຢາປິ່ນປົວຫຼຸດໜ້ອຍລົງ,ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ.”

 

ທ່ານສີຈິ້ນຜິງໄດ້ໃຫ້ຄຳຊີ້ນຳຕໍ່ພະນັກງານການນຳທ້ອງຖິ່ນວ່າ: “ວຽກງານກ່ຽວກັບປະຊາຊົນແມ່ນຕ້ອງເຮັດຕົວຈິງ, ເຮັດວຽກຕໍ່ວຽກ ແລະເຮັດວຽກໃດກໍຕ້ອງ ເຮັດໃຫ້ສຳເລັດຜົນ.”

 



ວັນທີ 8 ມິຖຸນາ2022, ທ່ານສີຈິ້ນຜິງໄດ້ເດີນທາງໄປຮອດປາກແມ່ນ້ຳສາມສາຍຄືແມ່ນ້ຳຢາງເຊ,ແມ່ນ້ຳຈິ່ນຊ່າແລະແມ່ນ້ຳມິນຈ່ຽງປ່ອງໃສ່ກັນທີ່ນະຄອນຢີປິ່ນແຂວງເສສວນ ເຊິ່ງເປັນຈຸດເລີ່ມຕົ້ນຂອງແມ່ນ້ຳຢາງເຊ ເພື່ອສຳຫຼວດກວດກາແລະຮັບຮູ້ສະພາບການຕ່າງໆກ່ຽວກັບທ້ອງຖິ່ນດັ່ງກ່າວຊຸກຍູ້ການອະນຸລັກຟື້ນຟູສິ່ງແວດລ້ອມນິເວດຢູ່ເຂດລ່ອງແມ່ນ້ຳຢາງເຊ, ການປະຕິບັດມາດຕະການຫ້າມຫາປາ,ເຊົາຫາປາຕາມແມ່ນ້ຳຢາງເຊແລະອື່ນໆ.

 

ທ່ານສີຈິ້ນຜິງຢືນຢູ່ແຄມແມ່ນ້ຳໂດຍຫຼຽວເບິ່ງເຂດລ່ອງແມ່ນ້ຳສາມສາຍ. ເພື່ອຮັບປະກັນໃຫ້ແມ່ນ້ຳຢາງເຊມີຄວາມໃສສະອາດແບບຍືນຍົງຄົງຕົວແລະສ້າງຜົນປະໂຫຍດໃຫ້ກັບປະຊາຊົນຕະຫຼອດໄປ, ທ່ານສີຈິ້ນຜິງໄດ້ທຸ້ມເທເຫື່ອແຮງແລະສະຕິປັນຍາເປັນຈຳນວນຫຼວງຫຼາຍ.

 

ຢູ່ຕາມແຄມແມ່ນ້ຳ, ທ່ານສີຈິ້ນຜິງໄດ້ສອບຖາມຢ່າງລະອຽດກ່ຽວກັບສະພາບການນ້ຳທີ່ໄຫຼມາຈາກຍ່ານເໜືອ. ສະຫາຍການນຳທ້ອງຖິ່ນໄດ້ລາຍງານໃຫ້ຮູ້ວ່າ: ແມ່ນ້ຳຈິ່ນຊ່າສາມາດຮັກສາຄຸນະພາບນ້ຳທີ່ດີປະເພດສອງໄດ້ຢ່າງໝັ້ນທ່ຽງ, ສ່ວນແມ່ນ້ຳມິນຈ່ຽງແມ່ນສາມາດຮັກສາຄຸນະພາບນ້ຳທີ່ດີປະເພດສາມ, ພາຍຫຼັງໄຫຼປ່ອງໃສ່ແມ່ນ້ຳຢາງເຊແລ້ວ,ໃນໝົດປີຈະມີເວລາຫຼາຍກວ່າ350ວັນແມ່ນສາມາດຮັກສາຄຸນະພາບນ້ຳທີ່ດີປະເພດສອງໄດ້ຢ່າງໝັ້ນທ່ຽງ.

 

ຕໍ່ກັບເລື່ອງນີ້, ທ່ານສີຈິ້ນຜິງໄດ້ສະແດງຄວາມຊົມເຊີຍພ້ອມທັງກ່າວເນັ້ນໜັກວ່າ: “ໃນຖານະເປັນຕົວເມືອງລຽບຕາມຍ່ານເໜືອແມ່ນ້ຳຢາງເຊ, ຕ້ອງເພີ່ມທະວີຄວາມຮັບຜິດຊອບ, ເດັດຂາດບໍ່ໃຫ້ເປີດໂຮງງານທີ່ບໍ່ໄດ້ມາດຕະຖານ,ລະບາຍນ້ຳເປື້ອນ, ຕ້ອງປະຕິ ບັດຕາມມາດຕະຖານນ້ຳທີ່ສາມາດຜະລິດເຫຼົ້າດີໄດ້, ຊອກຫາທຸກວິທີທາງເພື່ອອະນຸລັກຄຸນະພາບນ້ຳຍ່ານເໜືອຢູ່ແມ່ນ້ຳຢາງເຊ, ສ້າງຜົນປະໂຫຍດໃຫ້ກັບເຂດຍ່ານກາງແລະຍ່ານໃຕ້ ກໍຄືທົ່ວເຂດລ່ອງແມ່ນ້ຳຢາງເຊ.”