ເລີ່ມດຳເນີນການລາດຕະເວນປະຕິບັດກົດໝາຍຮ່ວມຕາມລຳແມ່ນ້ຳຂອງ ຈີນ-ລາວ-ມຽນມາ-ໄທ ຄັ້ງທີ 131

2023-07-28 15:47:59 cri


ເວລາ 9 ໂມງຂອງວັນທີ 25 ກໍລະກົດນີ້, ຄຽງຄູ່ກັບກຳປັ່ນປະຕິບັດກົດໝາຍ 3 ລຳຂອງຝ່າຍຈີນຄ່ອຍໆເດີນທາງອອກຈາກທ່າກຳປັ່ນຈິງຮ່າ ຂອງກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາແຂວງຢຸນນານຈີນ, ການລາດຕະເວນປະຕິບັດກົດໝາຍຮ່ວມຕາມລຳແມ່ນ້ຳຂອງ ຈີນ-ລາວ-ມຽນມາ-ໄທ ຄັ້ງທີ 131 ໄດ້ເລີ່ມຂຶ້ນຢ່າງເປັນທາງການແລ້ວ.


ການເຄື່ອນໄຫວເທື່ອນີ້, ພາກສ່ວນປະຕິບັດກົດໝາຍຂອງ ຈີນ ລາວ ມຽນມາແລະໄທ ໄດ້ສົ່ງກຳປັ່ນປະຕິບັດກົດໝາຍທັງໝົດ 6 ລຳ, ກຳປັ່ນເຫຼົ່ານີ້ຕ່າງອອກເດີນທາງຈາກທ່າກຳປັ່ນຈິງຮ່າຂອງຈີນ, ທ່າຊຽງກົກ, ທ່າເມືອງມອມຂອງລາວແລະທ່າວັນພາງມຽນມາ, ດຳເນີນການລາດຕະເວນໝົດສາຍນ້ຳແລະການລາດຕະເວນຢູ່ເຂດນ່ານນ້ຳທີ່ສຳຄັນ, ເພື່ອເພີ່ມທະວີການຕິດຕາມຄຸ້ມຄອງເຂດລ່ອງແມ່ນ້ຳຂອງຢ່າງຮອບດ້ານ.