ກອງປະຊຸມປະກາດຜົນງານກິດຈະກຳໂຄສະນາຂອງງານວາງສະແດງສິນຄ້າຈີນ-ອາຊຽນຄົບຮອບ20ປີຈັດຂຶ້ນຢູ່ນານນິງ

2023-07-29 15:58:09 cri


   ວັນທີ28ກໍລະກົດນີ້,ເນື່ອງໃນໂອກາດນັບເວລາຍັງອີກ50ວັນທີ່ຈະຈັດງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ20,ກອງປະຊຸມປະກາດຜົນງານກິດຈະກຳໂຄສະນາຂອງງານວາງສະແດງສິນຄ້າຈີນ-ອາຊຽນຄົບຮອບ20ປີໄດ້ຈັດຂຶ້ນຢູ່ສູນປະຊຸມແລະວາງສະແດງສາກົນນານນິງຢ່າງສຳເລັດຜົນ.


   ປີນີ້ແມ່ນປີທີ່ຈັດງານວາງສະແດງສິນຄ້າຈີນ-ອາຊຽນຄົບຮອບ20ປີ,ເພື່ອສ້າງບັນຍາກາດໂຄສະນາທີ່ຟົດຟື້ນ,ຄຶກຄື້ນແລະເບີກບານມ່ວນຊື່ນ, ກອງປະຊຸມປະກາດຜົນງານໄດ້ດຳເນີນກິດຈະກຳໂຄສະນາທີ່ສີສັນອຸດົມສົມບູນຫຼາຍຄັ້ງ. ພາຍໃຕ້ຄວາມເອົາໃຈໃສ່ໃນລະດັບສູງແລະການສະໜັບສະໜູນຢ່າງແຂງແຮງຈາກວົງການຕ່າງໆ,ກິດຈະກຳໂຄສະນາເທື່ອນີ້ໄດ້ສິ້ນສຸດລົງຢ່າງຈົບງາມໂດຍໄດ້ຮັບປະສິດທິຜົນທີ່ດີງາມ,ໄດ້ຍົກກຳລັງເຕົ້າໂຮມແລະອິດທິພົນຂອງງານວາງສະແດງສິນຄ້າຈີນ-ອາຊຽນໃຫ້ສູງຂຶ້ນຕື່ມອີກ.


   ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ20ຈະຈັດຂຶ້ນຢູ່ນະຄອນນານນີງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຂອງຈີນໃນວັນທີ16ກັນຍາປີນີ້.