ຜູ້ວ່າການບໍລິຫານເຂດພິເສດຮົງກົງນຳພາຄະນະຜູ້ແທນຢ້ຽມຢາມອາຊຽນ

2023-07-29 11:13:25 CRI

 

    ນັບແຕ່ວັນທີ 23 ກໍລະກົດນີ້ເປັນຕົ້ນມາ, ທ່ານລີກາຊິວ ຈອນ ຜູ້ວ່າການບໍລິຫານເຂດບໍລິຫານພິເສດຮົງກົງໄດ້ນຳພາຄະນະຜູ້ແທນເຂດພິເສດຮົງກົງຢ້ຽມຢາມ 3 ປະເທດອາຊຽນ ຄື: ສິງກະໂປ, ອິນໂດເນເຊຍ ແລະ ມາເລເຊຍ.




    ໃນກອງປະຊຸມຂ່າວທີ່ຈັດຂຶ້ນກ່ອນໜ້ານີ້, ທ່ານລີກາຊິວ ຈອນກ່າວວ່າ: ຈຸດໜັກການຢ້ຽມຢາມເທື່ອນີ້ກໍ່ແມ່ນ ຫວັງຢາກໃຫ້ປະເທດອາຊຽນສະໜັບສະໜູນໃຫ້ຮົງກົງເຂົ້າເປັນສະມາຊິກສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP, ພ້ອມກັນນັ້ນ ຈະແນະນຳສະພາບການຫຼ້າສຸດຂອງການພັດທະນາ ແລະ ໂອກາດດ້ານການຄ້າຕ່າງໆໃນຍຸດທະສາດການພັດທະນາໃໝ່ລາຍຕ່າງໆໃຫ້ແກ່ຕະຫຼາດອາຊີຕາເວັນອອກສຽງໃຕ້ທີ່ພວມພັດທະນາຂຶ້ນຢ່າງວ່ອງໄວ ເພື່ອສ້າງບັນຍາກາດການຮ່ວມມືກັນ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຕ່າງຊ່ວຍຊູຍູ້ໜູນກັນດ້ວຍທ່າແຮງຂອງກັນແລະກັນ, ເພີ່ມກຳລັງແຮງໃໝ່ເຂົ້າໃນການພັດທ່ະນາຂອງຮົງກົງ.