ການລາດຕະເວນປະຕິບັດກົດໝາຍຮ່ວມຕາມລຳແມ່ນ້ຳຂອງ ຈີນ-ລາວ-ມຽນມາ-ໄທ ຄັ້ງທີ 131 ສິ້ນສຸດລົງຢ່າງຈົບງາມ

2023-07-29 15:56:37 cri


   ວັນທີ 28 ກໍລະກົດນີ້,ຄຽງຄູ່ກັບກຳປັ່ນປະຕິບັດກົດໝາຍຂອງຝ່າຍຈີນໄດ້ຈອດຢູ່ທ່າກຳປັ່ນ ຈິງຮ່າຂອງກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາແຂວງຢຸນນານຈີນ,ການລາດຕະເວນປະຕິບັດກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທຄັ້ງທີ131ໄດ້ສິ້ນສຸດລົງຢ່າງຈົບງາມ.


   ໃນການເຄື່ອນໄຫວເທື່ອນີ້, ພາກສ່ວນປະຕິບັດກົດໝາຍຂອງ4ປະເທດດັ່ງກ່າວໄດ້ຈັດກອງປະຊຸມແລກປ່ຽນຂໍ້ມູນຢູ່ນະຄອນຊຽງແສນຂອງໄທ,ເພື່ອວິໄຈແລະຄົ້ນຄວ້າສະພາບຄວາມປອດໄພຕາມລ່ອງແມ່ນ້ຳຂອງ,ທັງໄດ້ເປິກສາຫາລືແລກປ່ຽນກັນແລະກ້າວເຖິງຂັ້ນມີຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບການເພີ່ມທະວີການຄຸ້ມຄອງແລະຄວບຄຸມດ້ານຄວາມໝັ້ນຄົງຕາມເຂດລ່ອງແມ່ນ້ຳ,ເພີ່ມການສືບສວນຮ່ວມກັນເພື່ອໂຈມຕີອາຊະຍາກຳຂ້າມຊາດ ແລະອື່ນໆ.


   ຕາມຂ່າວແຈ້ງວ່າ:ຫຼັງຈາກການເຄື່ອນໄຫວເທື່ອນີ້ແລ້ວ,ພາກສ່ວນປະຕິບັດກົດໝາຍຂອງ ຈີນ,ລາວແລະມຽນມາຈະສືບຕໍ່ສົ່ງກຳປັ່ນແລະຜູ້ປະຕິບັດກົດໝາຍຮ່ວມໄປປະຕິບັດໜ້າທີ່ກົດໝາຍຢູ່ລ່ອງແມ່ນ້ຳຂອງຕອນຢູ່ປະເທດລາວ,ເພື່ອຮ່ວມກັນໂຈມຕີແລະຂົ່ມຂູ່ອາຊະຍາກຳຂ້າມຊາດປະເພດຕ່າງໆຕາມລ່ອງແມ່ນ້ຳຂອງ.