ທ່ານສີຈິ້ນຜິງຢ້ຽມຢາມແຂວງເສສວນໂດຍເອົາໃຈໃສ່ການສ້າງສາຄວາມສິວິໄລດ້ານນິເວດກໍຄືການສືບທອດແລະພັດທະນາວັດທະນະທຳ

2023-07-29 16:51:56 cri



 

ລະຫວ່າງວັນທີ25-26ກໍລະກົດ2023, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ເຄື່ອນໄຫວສຳຫຼວດຄົ້ນຄວ້າວຽກງານຢູ່ແຂວງເສສວນໂດຍໄດ້ເດີນທາງໄປກວດເບິ່ງສອງສະຖານທີ່ເປັນການສະເພາະຕາມລຳດັບຄື: ຢູ່ນະຄອນກວາງຢວນ, ເພິ່ນໄດ້ສຳຫຼວດກວດເບິ່ງເສັ້ນທາງບູຮານສູ້ຕ້າວຊຸ້ຍຢູນລາງ, ສ່ວນຢູ່ນະຄອນເຕີຢາງ, ເພິ່ນໄດ້ສຳຫຼວດຄົ້ນຄວ້າວຽກງານຢູ່ຫໍພິພິທະພັນຊ່ານຊິ່ງຕຸ່ຍ.ຕາມຮອຍເຄື່ອນໄຫວຂອງທ່ານສີຈິ້ນຜິງ, ພວກເຮົາຈະສາມາດເຫັນໄດ້ຢ່າງຊັດເຈນວ່າເພິ່ນໃຫ້ຄວາມເອົາໃຈໃສ່ເປັນຢ່າງສູງຕໍ່ການສ້າງສາຄວາມສິວິໄລດ້ານນິເວດກໍຄືການສືບທອດແລະພັດທະນາວັດທະນະທຳ, ສ່ວນວຽກງານສອງດ້ານນີ້ແມ່ນພົວພັນກັນຢ່າງສະໜິດແໜ້ນກັບການພັດທະນາແບບຍືນຍົງແລະການສືບທອດຮາກເຫງົ້າຂອງປະຊາຊາດຈີນ.

 



ບ່ອນທຳອິດທີ່ທ່ານສີຈິ້ນຜິງເດີນທາງໄປສຳຫຼວດຄົ້ນຄວ້າຢູ່ແຂວງເສສວນໃນຄັ້ງນີ້ແມ່ນ ເສັ້ນທາງບູຮານສູ້ຕ້າວຊຸ້ຍຢູນລາງ.

 



ເສັ້ນທາງບູຮານສູ້ຕ້າວເປັນເສັ້ນທາງເຊື່ອມຕໍ່ລະຫວ່າງແຂວງເສສວນແລະແຂວງສ້ານຊີ່ ເຊິ່ງເຄີຍເປັນເສັ້ນທາງຄົມມະນາຄົມທີ່ສຳຄັນລະຫວ່າງສອງທ້ອງຖິ່ນດັ່ງກ່າວໃນເວລາເປັນຮ້ອຍເປັນພັນປີ. “ທາງສູ້ຕ້າວແມ່ນທຸລະກັນດານ, ໄປມາຍາກກ່ອນຂຶ້ນທ້ອງຟ້າ” ນີ້ຄືຄຳກອນທີ່ມີຊື່ສຽງໂດ່ງດັງຂອງຫຼີປາຍ ນັກກະວີສະໄໝລາຊະວົງຖັງ(ຄສ618-907)ເຊິ່ງໄດ້ວາດພາບເຖິງຄວາມຫຍຸ້ງຍາກລຳບາກໃນການເດີນທາງສູ້ຕ້າວ ແລະຍັງໄດ້ພິສູດໃຫ້ເຫັນເຖິງປະຫວັດຄວາມເປັນມາຢ່າງຍາວນານຂອງທາງສູ້ຕ້າວ.

  

 “ທາງບູຮານສູ້ຕ້າວໄດ້ກວມເຄິ່ງໜຶ່ງຂອງປະຫວັດສາດຈີນ” ສາສະດາຈານ ຊ້າຍຕົ່ງໂຈ່ວ ຂອງສະມາຄົມຄົ້ນຄວ້າວັດທະນະທຳທາງສູ້ຕ້າວກວາງຢວນທີ່ຮັບຜິດຊອບວຽກງານການບັນຍາຍປະຫວັດສາດທາງສູ້ຕ້າວໃຫ້ທ່ານສີຈິ້ນຜິງຮັບຮູ້ໃນມື້ທີ່ເພິ່ນໄປຢ້ຽມຢາມນັ້ນໄດ້ໃຫ້ຮູ້ວ່າ: ປະຫວັດສາດຂອງທາງສູ້ຕ້າວແມ່ນສາມາດສືບທາວຄືນເຖິງສະໄໝກ່ອນລາຊະວົງສິນທີ່ຫ່າງຈາກປັດຈຸບັນ3.000ກວ່າປີ. ທາງສູ້ຕ້າວທີ່ລະບຸຢູ່ໃນບົດກອນຂອງ ຫຼີປາຍ ນັກກະວີລາຊະວົງຖັງກໍແມ່ນຕອນທາງຈິ່ນນີວຂອງທາງບູຮານສູ້ຕ້າວນັ້ນເອງ.

 

   ຊຸ້ຍຢູນລາງ ແມ່ນຢູ່ຕາມທາງຈິ່ນນີວ, ເປັນສ່ວນສຳຄັນຕົ້ນຕໍຂອງຮ່ອງຮອຍສູ້ຕ້າວຈ້ຽນເມີນ ເຊິ່ງເປັນຫົວໜ່ວຍອະນຸລັກມໍລະດົກວັດທະນະທຳສຳຄັນລະດັບຊາດຂອງຈີນ. ຊຸ້ຍຢູນລາງມີຄວາມຍາວຫຼາຍກວ່າ 150 ກິໂລແມັດ, ມີກຸ່ມຕົ້ນສົນທີ່ຄົນບູຮານປູກລຽບຕາມທາງລຳລຽງທີ່ມີໄລຍະທາງຍາວທີ່ສຸດ,ມີຈຳນວນຕົ້ນສົນຫຼາຍທີ່ສຸດແລະໄດ້ຖືກປົກປັກຮັກສາໄວ້ຢ່າງຄົບຖ້ວນທີ່ສຸດຈົນມາເຖິງທຸກມື້ນີ້, ມີສົມຍານາມວ່າ “ມິ່ງຂວັນທາງສູ້ຕ້າວ” ແລະ “ພາບມະຫັດສະຈັນຂອງໂລກ”.

 



ຊຸ້ຍຢູນລາງ ແປເປັນພາສາລາວແມ່ນ ລະບຽງເມກຂຽວ, ໝາຍເຖິງລະບຽງສີຂຽວທີ່ປະກອບດ້ວຍຕົ້ນສົນບູຮານຕາມສອງຟາກທາງ.

 

ປັດຈຸບັນ ຊຸ້ຍຢູນລາງມີຕົ້ນສົນບູຮານ12.000ກວ່າຕົ້ນ, ໃນນັ້ນພາຍໃນເມືອງຈ້ຽນເກີນະຄອນກວາງຢວນມີ7.803ຕົ້ນ, ອາຍຸສະເລ່ຍຂອງຕົ້ນສົນແຕ່ລະຕົ້ນແມ່ນ 1.050 ປີ. ອີງຕາມຂໍ້ມູນປະຫວັດສາດ, ນັບຕັ້ງແຕ່ສະໄໝລາຊະວົງມິງ(ຄສ1368―1644), ເຈົ້າຄອງເມືອງຈ້ຽນໂຈ່ວ(ຫຼືເມືອງຈ້ຽນເກີໃນປັດຈຸບັນ)ເລີ່ມປະຕິບັດລະບຽບການມອບ-ຮັບໜ້າທີ່ບົວລະບັດຮັກສາຕົ້ນສົນບູຮານຕາມທາງລຳລຽງລະຫວ່າງເຈົ້າຄອງເມືອງຄົນເກົ່າແລະຄົນໃໝ່ ເຊິ່ງລະບຽບການນີ້ໄດ້ຮັບການສືບທອດປະຕິບັດມາຈົນເຖິງປັດຈຸບັນ.

 

ຕົ້ນສົນອາຍຸພັນປີກັບເສັ້ນທາງບູຮານທີ່ມີປະຫວັດຄວາມເປັນມາພັນປີໄດ້ຄົງຕົວຢູ່ນຳກັນ, ຜ່ານຜ່າຟ້າຝົນລົມແດງຈາກການຜັນແປທາງປະຫວັດສາດ, ຈົນກາຍມາເປັນແບບຢ່າງອັນປະເສີດທີ່ສ່ອງແສງໃຫ້ເຫັນເຖິງການຢູ່ຮ່ວມກັນລະຫວ່າງທຳມະຊາດກັບມະນຸດ.  

 

 

   ຕອນບ່າຍວັນທີ26ກໍລະກົດ2023,ທ່ານສີຈິ້ນຜິງເດີນທາງໄປເຖິງຫໍພິພິດທະພັນຊ່ານຊິ່ງຕຸ່ຍຢູ່ເມືອງກວາງຮັ້ນ ນະຄອນເຕີຢາງແຂວງເສສວນ ເຊິ່ງເປັນບ່ອນທີສອງທີ່ເພິ່ນເດີນທາງໄປຢ້ຽມຢາມແຂວງເສສວນຄັ້ງນີ້, ເພື່ອຮັບຮູ້ສະພາບການຕ່າງໆເປັນຕົ້ນແມ່ນ ການຂຸດຄົ້ນແລະສຶກສາຄົ້ນຄວ້າຮ່ອງຮອຍວັດທະນະທຳປະຫວັດສາດ, ການອະນຸລັກແລະບູລະນະວັດຖຸບູຮານ ແລະອື່ນໆ.

 

ຮ່ອງຮອຍບູຮານຊ່ານຊິ່ງຕຸ່ນ ຖືເປັນໜຶ່ງໃນຜົນການຄົ້ນພົບດ້ານບູຮານຄະດີທີ່ຍິ່ງໃຫຍ່ທີ່ສຸດ, ເພາະເປັນຕົວແທນໃຫ້ແກ່ໂສມໜ້າ ແລະລະດັບການພັດທະນາຂອງວັດທະນະທຳສູ້ບູຮານທີ່ຫ່າງຈາກປັດຈຸບັນປະມານ4.500ຫາ2.900ປີ ແລະຍັງເປັນຮ່ອງຮອຍລາຊະທານີທີ່ມີວັດທະນະທຳອຸດົມສົມບູນທີ່ສຸດແລະກວມເນື້ອທີ່ກວ້າງຂວາງທີ່ສຸດຢູ່ເຂດລ່ອງແມ່ນ້ຳຢາງເຊໃນໄລຍະດຽວກັນ.

 



   ປີ1986ແລະປີ2019, ຢູ່ຮ່ອງຮອຍບູຮານຊ່ານຊິ່ງຕຸ່ຍ, ນັກວິຊາການໄດ້ຄົ້ນພົບຂຸມຝັງເຄື່ອງບູຊາ 8 ແຫ່ງຕາມລຳດັບ ໂດຍສາມາດຂຸດຄົ້ນໄດ້ວັດຖຸບູຮານທີ່ລ້ຳຄ່າເກືອບ 20.000 ອັນ ເຊິ່ງລວມເຖິງຮູບຄົນຢືນທອງສຳລິດ, ໜ້າກາກຄຳ, ໄມ້ເທົ້າຄຳແລະສິ່ງປະເສີດອື່ນໆທີ່ຫາຍາກຢູ່ໃນໂລກ.

 



ຫໍພິພິທະພັນຊ່ານຊິ່ງຕຸ່ຍຫຼັງໃໝ່ທີ່ທ່ານສີຈິ້ນຜິງໄດ້ສຳຫຼວດກວດກາວຽກງານເທື່ອນີ້ມີເນື້ອທີ່ການກໍ່ສ້າງທັງໝົດ 54.400 ຕາແມັດ, ໃນນັ້ນ, ເນື້ອທີ່ການວາງສະແດງກວມ 22.000 ຕາແມັດ, ໄດ້ວາງສະແດງວັດຖຸບູຮານທັງໝົດຫຼາຍກວ່າ 1.500 ອັນ.ຫໍພິພິທະພັນຊ່ານຊິ່ງຕຸ່ຍຫຼັງໃໝ່ແມ່ນໄດ້ທົດລອງເປີດບໍລິການນັບແຕ່ວັນທີ 27 ກໍລະກົດ2023ເປັນຕົ້ນມາ, ວັດຖຸບູຮານເກືອບ 600 ອັນແມ່ນໄດ້ນຳມາວາງສະແດງອອກສູ່ສາຍຕາຊາວໂລກເປັນຄັ້ງທຳອິດ.

 



ໃນການຢ້ຽມຢາມຫໍພິພິທະພັນຊ່ານຊິ່ງຕຸ່ຍເມື່ອວັນທີ 26 ກໍລະກົດ 2023, ທ່ານສີຈິ້ນຜິງຍັງໄດ້ຍ່າງເຂົ້າໄປສູນວາງສະແດງການອະນຸລັກ ແລະ ບູລະນະວັດຖຸບູຮານຊ່ານຊິ່ງຕຸ່ຍ.

 



  ຢູ່ສູນວາງສະແດງແຫ່ງນີ້ປະກອບດ້ວຍສອງພາກສ່ວນຄື: ເຂດອະນຸລັກວັດຖຸບູຮານ ແລະ ເຂດຢ້ຽມຊົມ ໂດຍໄດ້ລວມເຖິງການບູລະນະວັດຖຸບູຮານ, ການວາງສະແດງວັດຖຸບູຮານ, ການຢ້ຽມຊົມສຳຜັດຕົວຈິງ, ການສຶກສາອົບຮົມ ແລະ ການເຜີຍແຜ່ຄວາມຮູ້ວິທະຍາສາດແລະອື່ນໆ. ຢູ່ທີ່ແຫ່ງນີ້, ນັກທ່ອງທ່ຽວຈະສາມາດສຳຜັດຕົວຈິງໄດ້ຢ່າງໃກ້ຊິດກັບຂະບວນການບູລະນະວັດຖຸບູຮານ, ຮັບຮູ້ເຕັກນິກ ແລະ ວິທີການບູລະນະວັດຖຸບູຮານ, ຍັງສາມາດຊົມວັດຖຸບູຮານທີ່ຂຸດຄົ້ນອອກມາຈາກໃຕ້ດິນໃໝ່ໆ ແລະ ຜົນການຄົ້ນພົບຫຼ້າສຸດດ້ານບູຮານຄະດີຈາກຮ່ອງຮອຍບູຮານຊ່ານຊິ່ງຕຸ່ຍໄດ້ອີກດ້ວຍ.

 

ໃນໄລຍະການສຳຫຼວດກວດກາວຽກງານຢູ່ແຂວງເສສວນຄັ້ງນີ້, ທ່ານສີຈິ້ນຜິງ ຕົ້ນຕໍແມ່ນໄດ້ຮັບຮູ້ສະພາບການຕ່າງໆຂອງທ້ອງຖິ່ນໃນການຊຸກຍູ້ການສືບທອດວັດທະນະທຳປະຫວັດສາດແລະການເພີ່ມທະວີການສ້າງສາຄວາມສິວິໄລດ້ານນິເວດເປັນຕົ້ນ.

 

ໃນເດືອນມິຖຸນາປີ2022ຜ່ານມາ, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ແຂວງເສສວນ, ຕອນນັ້ນເພິ່ນກໍໄດ້ເອົາໃຈໃສ່ສອງຫົວຂໍ້ນີ້ເຊັ່ນດຽວກັນ. ເພິ່ນໄດ້ໄປຢ້ຽມຢາມ ຫໍໄຫວ້ສາມນັກວັນນະຄະດີຕະກຸນຊູ່ຢູ່ນະຄອນເມີຍຊ່ານ ແລະໃຫ້ຄຳຊີ້ນຳວ່າ ຕ້ອງເຄົາລົບນັບຖືວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງຈີນ. ເພິ່ນຍັງໄດ້ເດີນທາງໄປ ປາກແມ່ນ້ຳສາມສາຍຄືແມ່ນ້ຳຢາງເຊ,ແມ່ນ້ຳຈິ່ນຊ່າແລະແມ່ນ້ຳມິນຈ່ຽງປ່ອງໃສ່ກັນທີ່ນະຄອນຢີປິ່ນໂດຍໄດ້ມີຂໍ້ຮຽກຮ້ອງໃຫ້ປົກປັກຮັກສາສິ່ງແວດລ້ອມນິເວດຕາມເຂດລ່ອງແມ່ນ້ຳຢາງເຊໃຫ້ດີ. 

 

ຫຼັງຈາກນັ້ນໜຶ່ງປີ, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມແຂວງເສສວນອີກຄັ້ງໜຶ່ງໂດຍເພິ່ນໄດ້ເອົາໃຈໃສ່ສອງວຽກງານສຳຄັນນີ້ເປັນການເຈາະຈົງສະເພາະອີກຄັ້ງໜຶ່ງ, ສິ່ງນີ້ແມ່ນຕິດພັນຢ່າງສະໜິດແໜ້ນກັບກອງປະຊຸມສຳຄັນສອງຄັ້ງທີ່ໄຂຂຶ້ນຕາມລຳດັບໃນໄລຍະມໍ່ໆມານີ້ຄື:

 

ໜຶ່ງແມ່ນກອງປະຊຸມສຳມະນາການສືບທອດແລະພັດທະນາວັດທະນະທຳທີ່ໄຂຂຶ້ນໃນວັນທີ2ມິຖຸນາ2023.

 

  ໃນກອງປະຊຸມຄັ້ງນີ້, ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ: ຢູ່ບົນຈຸດເລີ່ມຕົ້ນໃໝ່, ການສືບຕໍ່ຊຸກຍູ້ການພັດທະນາວັດທະນະທຳໃຫ້ຈະເລີນຮຸ່ງເຮືອງ, ການສ້າງສາປະເທດທີ່ເຂັ້ມແຂງດ້ານວັດທະນະທຳ, ການສ້າງສາອະລິຍະທຳທັນສະໄໝຂອງປະຊາຊາດຈີນ ເປັນພາລະກຳອັນໃໝ່ດ້ານວັດທະນະທຳໃນຍຸກໃໝ່ຂອງພວກເຮົາ. ເພິ່ນຊີ້ໃຫ້ເຫັນວ່າ: “ຄວາມທັນສະໄໝແບບຈີນຄື ການປ່ຽນແປງໃໝ່ຂອງຊາດຈີນທີ່ເປັນເມືອງເກົ່າ, ຍ່ອມຈະຊຸກຍູ້ໃຫ້ອະລິຍະທຳຈີນເກີດມີຄວາມສະຫງ່າລາສີຄືນໃໝ່.”

  

ກອງປະຊຸມສຳຄັນອີກຄັ້ງໜຶ່ງຄື ກອງປະຊຸມອະນຸລັກສິ່ງແວດລ້ອມນິເວດທົ່ວປະເທດຈີນທີ່ໄຂຂຶ້ນລະຫວ່າງວັນທີ 17-18ກໍລະກົດ2023.

 

   ໃນກອງປະຊຸມຄັ້ງນີ້, ທ່ານສີຈິ້ນຜິງໄດ້ເນັ້ນໜັກໃຫ້ຊຸກຍູ້ການສ້າງສາປະເທດຈີນທີ່ສວຍງາມຢ່າງຮອບດ້ານ, ເລັ່ງຊຸກຍູ້ຄວາມທັນສະໄໝແບບມະນຸດກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ.

 

 ການເດີນທາງໄປຢ້ຽມຢາມແຂວງເສສວນຄັ້ງນີ້ ຖືວ່າເປັນຄັ້ງທຳອິດທີ່ທ່ານສີຈິ້ນຜິງອອກຈາກປັກກິ່ງໄປລົງເຄື່ອນໄຫວສຳຫຼວດຢູ່ທ້ອງຖິ່ນຫຼັງຈາກກອງປະຊຸມອະນຸລັກສິ່ງແວດລ້ອມນິເວດທົ່ວປະເທດ. ເພິ່ນໄດ້ສຳຫຼວດຕົວຈິງຢູ່ເສັ້ນທາງບູຮານສູ້ຕ້າວຊຸ້ຍຢູນລາງເພື່ອຮັບຮູ້ສະພາບການກ່ຽວກັບທ້ອງຖິ່ນແຫ່ງນີ້ເພີ່ມທະວີການສ້າງສາຄວາມສິວິໄລດ້ານນິເວດແລະອື່ນໆ ເຊິ່ງໄດ້ສົ່ງສັນຍານຢ່າງຈະແຈ້ງອີກຄັ້ງໜຶ່ງວ່າ: ການສ້າງອະລິຍະທຳທັນສະໄໝຂອງປະຊາຊາດຈີນ, ຊຸກຍູ້ຄວາມທັນສະໄໝແບມະນຸດກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວລ້ວນແຕ່ເປັນເນື້ອໃນໃຈຄວາມທີ່ຄວນມີຢູ່ໃນຫົວຂໍ້ “ຄວາມທັນສະໄໝແບບຈີນ”.