ວັນທີ 28 ກໍລະກົດນີ້, ພິທີໄຂງານກິລາມະຫາວິທະຍາໄລໂລກຄັ້ງທີ 31 ໄດ້ຈັດຂຶ້ນຢູ່ສະໜາມກິລາຫຼັກຂອງສວນສາທາລະນະກິລາໜອງຕົ່ງອ່ານນະຄອນເຊີງຕູ່ ,ແຂວງເສສວນປະເທດຈີນ.
ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມພິທີໄຂງານ ແລະ ໄດ້ປະກາດການໄຂງານກິລາມະຫາວິທະໄລໂລກຄັ້ງນີ້.
ໃນພິທີໄຂງານ, ນັກສຶກສາທັງຫຼາຍທີ່ມາຈາກມະຫາວິທະຍາໄລຂອງນະຄອນເຊີງຕູ່ໄດ້ສະແດງສິນລະປະທີ່ເຕັມໄປດ້ວຍພະລັງຊີວິດ ໂດຍໄດ້ສ້າງບັນຍາກາດຟົດຟື້ນທີ່ສຸດ.
ເວລາ 21 ໂມງ 40 ນາທີ ພິທີຈູດທວນໄຟຫຼັກເລີ່ມຈັດຂຶ້ນ. ໃນໜຶ່ງເດືອນທີ່ຜ່ານມາ, ໄຟສັກສິດງານກິລາມະຫາວິທະຍາໄລໂລກທີ່ເອົາມາຈາກນະຄອນຕູຣິນປະເທດອີຕາລີໄດ້ຖືກສົ່ງຕໍ່ຢູ່ມະຫາວິທະຍາໄລຫຼາຍແຫຼ່ງໃນຕົວເມືອງຕ່າງໆຂອງຈີນ, ສຸດທ້າຍ ໄດ້ຖືກຈູດຢູ່ສະໜາມກິລາຂອງສວນສາທາລະນະໜອງຕົ່ງອ່ານ.
ງານກິລາມະຫາວິທະຍາໄລໂລກຄັ້ງນີ້ຈະຈັດຂຶ້ນແຕ່ວັນທີ 28 ກໍລະກົດຫາວັນທີ8 ສິງຫາປີ 2023, ນັກກິລາ 6.500 ຄົນທີ່ມາຈາກ 113 ປະເທດແລະ ເຂດແຄວ້ນຈະເຂົ້າຮ່ວມການແຂ່ງຂັນຕ່າງໆໃນງານກິລາຄັ້ງນີ້.