ພາຍຸໄຕ້ຝຸ່ນດອກຊູຣີຂຶ້ນບົກຟີລິບປິນພາໃຫ້ເສຍຊີວິດ 16 ຄົນ ແລະລ້ານກວ່າຄົນປະສົບໄພ

2023-07-30 11:49:48 CRI

    

    ຄະນະກຳມະການຫຼຸດຜ່ອນໄພພິບັດແຫ່ງຊາດຟີລິບປິນແຈ້ງຂ່າວໃນວັນທີ 30 ກໍລະກົດນີ້ໃຫ້ຮູ້ວ່າ: ນັບມາຮອດເວລາ 8 ໂມງຂອງວັນທີ 30 ກໍລະກົດນີ້, ພາຍຸໄຕ້ຝຸ່ນດອກຊູຣີໄດ້ພາໃຫ້ຟີລິບປິນເສຍຊີວິດ 16 ຄົນ, ປະຊາຊົນທີ່ປະສົບໄພມີຫຼາຍກວ່າ 1 ລ້ານ 2 ໝື່ນຄົນ, ມີ 45 ແຂວງໄດ້ຖືກຜົນກະທົບ.

    ພາຍຸໄຕ້ຝຸ່ນດອກຊູຣີໄດ້ພາໃຫ້ເກີດອຸບັດເຫດ 545 ລາຍ, ໃນນັ້ນ, ຕົ້ນຕໍແມ່ນເກີດຂຶ້ນຍ້ອນໄພນ້ຳຖ້ວມ, ມີເຮືອນຫຼາຍກວ່າ 2 ໝື່ນຫຼັງ ແລະພື້ນຖານໂຄງລ່າງ 270 ແຫ່ງຖືກທຳລາຍ. ມາຮອດປັດຈຸບັນນີ້, ມີ 40 ເມືອງແລະຕາແສງໄດ້ປະກາດເຂົ້າສູ່ສະພາວະໄພພິບັດ, ມີ 262 ເມືອງແລະຕາແສງໄດ້ຖືກຜົນກະທົບດ້ານການສະໜອງໄຟຟ້າ. ກະສິກຳ ແລະພື້ນຖານໂຄງລ່າງທົ່ວປະເທດຟີລິບປິນໄດ້ຖືກທຳລາຍຢ່າງໜັກໜ່ວງ.