ສຳຜັດກັບວັດທະນະທຳທີ່ເປັນມູນເຊື້ອຂອງຈີນຢູ່ບ້ານນັກກິລາຂອງງານກິລາມະຫາວິທະຍາໄລໂລກທີ່ນະຄອນເຊີງຕູ່

2023-07-31 16:40:39 CRI



    ໃນໄລຍະດຳເນີນການແຂ່ງຂັນກິລາມະຫາວິທະຍາໄລໂລກຢູ່ ນະຄອນເຊີງຕູ່ແຂວງເສສວນຈີນ, ຢູ່ບ້ານນັກກິລາໄດ້ກະກຽມກິດຈະກຳສຳຜັດກັບວັດທະນະທຳຢ່າງຫຼາກຫຼາຍ. ນັກກິລາປະເທດຕ່າງໆສາມາດສຳຜັດໄດ້ກັບມໍລະດົກວັດທະນະທຳນາມມະທຳຂອງແຂວງເສສວນ, ເຊັ່ນ: ສິລະປະຕັດເຈ້ຍ, ເຄື່ອງຖັກແສ່ວເສສວນ, ເຄື່ອງສານໄມ້ໄຜ່ ແລະອື່ນໆ, ໂດຍສຳຜັດກັບມົນສະເໜ່ຂອງວັດທະນະທຳທີ່ເປັນມູນເຊື້ອດີເດັ່ນຂອງປະຊາຊາດຈີນ, ແລະເອກະລັກຂອງແຂວງເສສວນຈີນ.