ພາຍຸໄຕ້ຝຸ່ນດອກຊູຣີເຮັດໃຫ້ຟີລິບປິນມີຜູ້ເສຍຊີວິດ 25 ຄົນ ແລະ ປະສົບໄພ 2 ລ້ານກວ່າຄົນ

2023-07-31 11:17:23 cri

 

    ຄະນະກຳມະການຫຼຸດຜ່ອນໄພພິບັດແຫ່ງຊາດຟີລິບປິນແຈ້ງໃຫ້ຮູ້ວ່າ: ນັບມາຮອດເວລາ 8 ໂມງຂອງວັນທີ 31 ກໍລະກົດນີ້,  ພາຍຸໄຕ້ຝຸ່ນດອກຊູຣີໄດ້

ເຮັດໃຫ້ຟີລິບປິນມີຜູ້ເສຍຊີວິດ 25 ຄົນ,  ບາດເຈັບ 52 ຄົນ ແລະ ຫາຍສາບສູນ 20 ຄົນ. ປະຊາຊົນທີ່ປະສົບໄພມີຫຼາຍກວ່າ 2.390.000 ຄົນ, ມີ 47ແຂວງ ຖືກຜົນກະທົບ, ປັດຈຸບັນ, ມີປະຊາຊົນ 310.000 ຄົນໄດ້ພັກພາອາໄສຢູ່ເຂດຈັດສັນ 737 ແຫ່ງ.

    ພາຍຸໄຕ້ຝຸ່ນດອກຊູຣີເຮັດໃຫ້ເກີດອຸບັດເຫດຢູ່ຟີລິບປິນ 849 ລາຍ, ມີເຮືອນຫຼາຍກວ່າ 35,000 ຫຼັງ ແລະ ພື້ນຖານໂຄງລ່າງ 487ແຫ່ງຖືກທຳລາຍ, ຍອດມູນຄ່າເສຍຫາຍດ້ານພື້ນຖານໂຄງລ່າງປະມານ 63,8 ລ້ານໂດລາ, ຍອດມູນຄ່າເສຍຫາຍດ້ານກະສິກຳປະມານ 34,6 ລ້ານໂດລາ.