ພາຍຸໄຕ້ຝຸ່ນດອກຊູຣີເຮັດໃຫ້ມີຜູ້ປະສົບໄພຢູ່ຟິລິບປິນ 2.450.000 ກວ່າຄົນ

2023-08-01 11:32:42 CRI

    ຄະນະກຳມະການຫຼຸດຜ່ອນໄພພິບັດແຫ່ງຊາດຟິລິບປິນປະກາດວ່າ: ນັບມາຮອດເວລາ 8 ໂມງຂອງວັນທີ 1 ສິງຫານີ້, ຍ້ອນພາຍຸໄຕ້ຝຸ່ນດອກຊູ້ຣີເຮັດໃຫ້ຢູ່ຟິລິບປິນມີ ຜູ້ເສຍຊີວິດ 25 ຄົນ, ບາດເຈັບ 52 ຄົນ, ຫາຍສາບສູນ 13 ຄົນ ແລະ ມີຜູ້ ປະສົບໄພຫຼາກກວ່າ 2.450.000 ຄົນ, 47 ແຂວງຮັບຜົນກະທົບ.



     ພາຍຸໄຕ້ຝຸ່ນດອກຊູຣີຍັງເຮັດໃຫ້ເກີດອຸບັດເຫດ 849 ຄັ້ງຢູ່ຟິລິບປິນ, ເຮືອນຊານຫຼາຍກວ່າ 41.000 ຫຼັງແລະ ພື້ນຖານໂຄງລ່າງ 487 ແຫ່ງຖືກທຳລາຍ.