ມຽນມາສືບຕໍ່ແກ່ຍາວພາວະສຸກເສີນແຫ່ງລັດເຖິງວັນທີ 1 ກຸມພາປີ 2024

2023-08-01 11:49:57 CRI

    ວັນທີ 31 ກໍລະກົດແລ້ວນີ້, ຄະນະກຳມະການປ້ອງກັນຊາດ ແລະ ຄວາມໝັ້ນຄົງມຽນມາໄດ້ຈັດກອງປະຊຸມຢູ່ນະຄອນຫຼວງເນປີດໍ. ຫຼັງຈາກກອງປະຊຸມໄດ້ປະກາດແຈ້ງການໂດຍລະບຸວ່າ: ອີງຕາມມາດຕາທີ່ກ່ຽວຂ້ອງໃນລັດຖະທຳມະນູນ ທີ່ປະຕິບັດໃນປັດຈຸບັນ, ນັບແຕ່ວັນທີ 1 ສິງຫາປີ 2023 ເປັນຕົ້ນໄປ, ມຽນມາຈະສືບຕໍ່ແກ່ຍາວພາວະສຸກເສີນແຫ່ງລັດເປັນເວລາ 6 ເດືອນ ຈົນເຖິງວັນທີ 1 ກຸມພາປີ 2024. ສ່ວນສາເຫດຕົ້ນຕໍທີ່ແກ່ຍາວພາວະສຸກເສີນຍ້ອນສະຖານະການຄວາມໝັ້ນຄົງຂອງມຽນມາຍັງປັ່ນປ່ວນ ບໍ່ເປັນປົກກະຕິ, ຕ້ອງການເວລາຫຼາຍກວ່າດຳເນີນການກະກຽມເພື່ອຈັດການເລືອກຕັ້ງທີ່ມີສັນຕິພາບ ແລະ ສະຖຽນລະພາບອີກເທື່ອໜຶ່ງ.



     ອີງຕາມມາດຕາທີ່ກ່ຽວຂ້ອງໃນລັດຖະທຳມະນູນຂອງມຽນມາ, ໜ້າທີ່ຕ່າງໆແຫ່ງລັດຈະມອບສິດໃຫ້ທ່ານມິນອັງລາຍ ປະທານຄະນະກຳມະການຄຸ້ມຄອງແຫ່ງລັດ ທັງເປັນຜູ້ບັນຊາການສູງສຸດກອງທັບປ້ອງກັນຊາດມຽນມາ.