ມຽນມາປະກາດອະໄພຍະໂທດ,ທ່ານນາງອອງຊານຊູຈີແລະທ່ານວີນມີນຖືກຫຼຸດຜ່ອນໂທດຈຳຄຸກ

2023-08-02 11:23:52 cri


   ວັນທີ 1 ສິງຫານີ້, ຄະນະກຳມະການຄຸ້ມຄອງແຫ່ງລັດມຽນມາໄດ້ປະກາດອະໄພຍະໂທດໃຫ້ແກ່ນັກໂທດເກືອບ8ພັນຄົນ.


   ຄຳປະກາດດັ່ງກ່າວລະບຸວ່າ: ປະທານຄະນະກຳມະການຄຸ້ມຄອງແຫ່ງລັດມຽນມາໄດ້ອີງຕາມມາດຕາທີ່ກ່ຽວຂ້ອງຂອງກົດໝາຍອາຍາ ໂດຍໄດ້ຫຼຸດຜ່ອນໂທດຈຳຄຸກໃຫ້ທ່ານນາງອອງຊານຊູຈີຈາກ5ຄະດີ,ແລະຫຼຸດຜ່ອນໂທດຈຳຄຸກຕໍ່ທ່ານວີນມີນຈາກ2ຄະດີ. ໂຄສົກຄະນະກຳມະການຄຸ້ມຄອງແຫ່ງລັດມຽນມາກ່າວວ່າ: ເທື່ອນີ້ ທ່ານນາງອອງຊານຊູຈີຖືກຫຼຸດຜ່ອນໂທດຈຳຄຸກລົງ 6 ປີ, ທ່ານວີນມີນຖືກຫຼຸດຜ່ອນໂທດຈຳຄຸກລົງ 4 ປີ.


   ຫຼັງຈາກຖືກຫຼຸດຜ່ອນໂທດຈຳຄຸກແລ້ວ, ທ່ານນາງອອງຊານຊູຈີຍັງຕ້ອງຈຳຄຸກ 20 ກວ່າປີ, ທ່ານວີນມີນຍັງຕ້ອງຈຳຄຸກບໍ່ຮອດ 10 ປີ.