ພັກເພື່ອໄທຍົກເລີກການຮ່ວມມືກັບພັກກ້າວໄກ

2023-08-03 11:18:31 CRI

    ວັນທີ 2 ສິງຫານີ້, ພັກເພື່ອໄທຈັດກອງປະຊຸມຖະແຫຼງຂ່າວ ເພື່ອປະກາດຜົນການຫາລືກັບພັກກ້າວໄກ ແລະ “ສະຫະພັນແປດພັກ”.


 

    ພັກເພື່ອໄທແຈ້ງໃຫ້ຮູ້ວ່າ: ຍ້ອນວ່າພັກກ້າວໄກຍຶດໝັ້ນບໍ່ປະລະການປັບປຸງມາດຕາ 112 ຂອງກົດໝາຍອາຍາ, ພັກເພື່ອໄທ ກັບ ພັກກ້າວໄກໄດ້ຫາລືຍົກເລີກການຮ່ວມມື, ການຈັດຕັ້ງລັດຖະບານໄທຊຸດໃໝ່ຈະບໍ່ມີພັກກ້າວໄກເຂົ້າຮ່ວມ.