ກະຊວງປ້ອງກັນປະເທດອິນໂດເນເຊຍແຈ້ງໃຫ້ຮູ້ວ່າໄດ້ຈັດຊື້ຍົນສອດແນມແບບບໍ່ມີຄົນຂັບ 12 ລຳຈາກຕູຣາເຄຍ

2023-08-04 11:02:10 CRI

    ວັນທີ 2 ສິງຫານີ້,ກະຊວງປ້ອງກັນປະເທດອິນໂດເນເຊຍແຈ້ງໃຫ້ຮູ້ວ່າ: ອິນໂດເນເຊຍໄດ້ຈັດຊື້ຍົນສອດແນມແບບບໍ່ມີຄົນຂັບ 12 ລຳຈາກບໍລິສັດອຸດສາຫະກຳການບິນອະວະກາດຕູຣາເຄຍ ມີມູນຄ່າ 300 ລ້ານໂດລາ ເພື່ອເພີ່ມທະວີຄວາມສາມາດດ້ານການປ້ອງກັນປະເທດຂອງກອງທັບປະເທດຕົນ.



    ກະຊວງປ້ອງກັນປະເທດອິນໂດເນເຊຍແຈ້ງໃຫ້ຮູ້ຕື່ມວ່າ: ການຈັດຊື້ເທື່ອນີ້ແມ່ນແນໃສ່ເພີ່ມທະວີຊະນິດ,ຈຳນວນ ແລະ ຄຸນະພາບຂອງອາວຸດຍຸດໂທປະກອນແບບປ້ອງກັນດ້ານການທະຫານຂອງອິນໂດເນເຊຍ, ຍົນບໍ່ມີຄົນຂັບ 12 ລຳງວດນີ້ຄາດວ່າຈະມອບໃຫ້ກ່ອນເດືອນພະຈິກປີ 2025, ຈະສົ່ງສະໜອງໃຫ້ກັບກອງທັບອາກາດ, ກອງທັບບົກ ແລະ ກອງທັບເຮືອອິນໂດເນເຊຍເພື່ອນຳໃຊ້ເຂົ້າໃນວຽກງານຂອງຕົນ. ນອກນີ້, ອິນໂດເນເຊຍຍັງຈະໄດ້ຮັບການສະໜັບສະໜູນດ້ານການອົບຮົມ ແລະ ພາລະທິການ,ພ້ອມດ້ວຍໄລຍະການຮັບປະກັນເປັນເວລາ 2 ປີ ຫຼື 600 ຊົ່ວໂມງການບິນ.