ເຂດກວາງຊີຈີນເລັ່ງລັດການສ້າງສູນແລກປ່ຽນກິລາສາກົນທີ່ສຸມໃສ່ອາຊຽນ

2023-08-04 15:36:08 cri


    ວັນທີ 3 ສິງຫານີ້, ທ່ານກ່ານຢົງຮຸຍ ຮອງຫົວໜ້າພະແນກກິລາເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີນຈີນກ່າວວ່າ, ເຂດກວາງຊີຈະເລັ່ງລັດການສ້າງສູນແຂ່ງຂັນກິລາສາກົນທີ່ສຸມໃສ່ການຮ່ວມມືໃນພາກພື້ນ, ກະກຽມກໍ່ສ້າງສູນຄຸ້ມຄອງການແຂ່ງຂັນກິລາຈີນ-ອາຊຽນ, ເພີ່ມທະວີການຈັດການແຂ່ງຂັນກິລາສາກົນຮ່ວມກັນ, ສະໜັບສະໜູນເຂດເສດຖະກິດອ່າວເປີຍປູ້ພັດທະນາຂະແໜງການກິລາຢູ່ເທິງທະເລດ້ວຍຫົວຄິດປະດິດສ້າງ, ສະໜັບສະໜູນນະຄອນກຸ້ຍລິນຈັດການແຂ່ງຂັນກິລາ ແລະ ກິດຈະກຳທ່ອງທ່ຽວດ້ານກິລາລະດັບສາກົນ, ສະໜັບສະໜູນນະຄອນເປີຍໄຫເປີດສູນອາຊີ-ປາຊີຟິກສະຫະພັນເຮືອໃບໂລກ, ຊົມໃຊ້ນະໂຍບາຍຍົກເວັ້ນວິຊາ, ປອດພາສີ ແລະ ສົ່ງຄືນພາສີເປັນຢ່າງດີ, ເພີ່ມຈຳນວນຄະນະຜູ້ແທນທີ່ເຂົ້າຮ່ວມການແຂ່ງຂັນກິລາສາກົນ.

    ນອກຈາກນີ້, ທ່ານກ່ານຢົງຮຸຍກ່າວຕື່ມວ່າ, ເຂດກວາງຊີຈະດຳເນີນກິດຈະກຳແລກປ່ຽນລະຫວ່າງບຸຄະລາກອນດ້ານກິລາສາກົນລະດັບສູງຕ່າງໆ ຄື: ກິດຈະກຳແລກປ່ຽນລະຫວ່າງຜູ້ມີຄວາມຮູ້ຄວາມສາມາດດ້ານກິລາຈີນ-ອາຊຽນເປັນຕົ້ນ, ສະໜັບສະໜູນກິດຈະກຳແລກປ່ຽນດ້ານກິລາລະຫວ່າງປະຊາຊົນເຂດຊາຍແດນຈີນ-ຫວຽດນາມ, ສະໜັບສະໜູນສະຖາບັນການສຶກສາຊັ້ນສູງເຂດກວາງຊີແລກປ່ຽນວັດທະນະທຳກິລາກັບສະຖາບັນການສຶກສາຊັ້ນສູງຕ່າງປະເທດ, ສ້າງຕັ້ງສະຖາບັນຄົ້ນຄວ້າກິລາຈີນ-ອາຊຽນ.