ທາງຫຼວງອ້ອມຮອບຕົວເມືອງເລກ 3 ຂອງນະຄອນຫຼວງພະນົມເປັນກຳປູເຈຍທີ່ຮັບເໝົາກໍ່ສ້າງໂດຍວິສາຫະກິດຈີນໄດ້ເປີດນຳໃຊ້ແລ້ວ

2023-08-04 15:41:27 cri

 

    ວັນທີ 3 ສິງຫານີ້, ພິທີເປີດນຳໃຊ້ທາງຫຼວງອ້ອມຮອບຕົວເມືອງເລກ 3 ຂອງນະຄອນຫຼວງພະນົມເປັນປະເທດກຳປູເຈຍທີ່ຮັບເໝົາກໍ່ສ້າງໂດຍກຸ່ມບໍລິສັດກໍ່ສ້າງຊຽງໄຮ້ຂອງຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນ, ໂດຍມີທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍ, ທ່ານວາງເວີນທ່ຽນ ເອກອັກຄະລັດຖະທູດຈີນປະຈຳກຳປູເຈຍເຂົ້າຮ່ວມ.



    ໃນເວລາກ່າວຄຳປາໄສ, ທ່ານຮຸນແຊນໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຈີນທີ່ໃຫ້ການຊ່ວຍເຫຼືອໂດຍບໍ່ຫວັງຜົນຕອບແທນ. ທ່ານກ່າວວ່າ: ທາງຫຼວງອ້ອມຮອບຕົວເມືອງເລກ 3 ຢູ່ນະຄອນຫຼວງພະນົມເປັນໄດ້ເຮັດໃຫ້ທາງຫຼວງແຫ່ງຊາດຫຼາຍເສັ້ນເຊື່ອມຕໍ່ເຂົ້າກັນ, ຈະເສີມຂະຫຍາຍບົດບາດອັນສຳຄັນຕໍ່ການຫຼຸດຜ່ອນຄວາມກົດດັນດ້ານການຄົມມະນາຄົມຂອງກຳປູເຈຍ ກໍຄືທົ່ວປະເທດ.

    ທາງຫຼວງອ້ອມຮອບຕົວເມືອງເລກ 3 ດັ່ງກ່າວມີຄວາມຍາວທັງໝົດປະມານ 53 ກິໂລແມັດ, ໂດຍເລີ່ມກໍ່ສ້າງໃນເດືອນມີນາປີ 2019 ແລະ ສຳເລັດການກໍ່ສ້າງໃນເດືອນມິຖຸນາປີນີ້.