ລັດຖະສະພາໄທເລື່ອນເວລາການລົງຄະແນນສຽງເລືອກຕັ້ງນາຍົກລັດຖະມົນຕີທີ່ຈະຈັດຂຶ້ນຕາມແຜນການໃນວັນທີ 4 ສິງຫານີ້

2023-08-04 10:28:52 CRI


    ວັນທີ 3 ສິງຫານີ້, ທ່ານວັນມູຫະມັດນໍ ມະທາ ປະທານລັດຖະສະພາໄທ ປະທານສະພາຜູ້ແທນລາຊະດອນໄທໄດ້ມີຄຳສັ່ງໃຫ້້ເລື່ອນເວລາການລົງຄະແນນສຽງເລືອກຕັ້ງນາຍົກລັດຖະມົນຕີໄທຮອບທີ 3 ທີ່ຈະຈັດຂຶ້ນຕາມແຜນການໃນວັນທີ 4 ສິງຫານີ້.ສ່ວນວັນເວລາການລົງຄະແນນສຽງຈະຈັດຂຶ້ນມື້ໃດນັ້ນຍັງລໍຖ້າການຕົກລົງກັນກ່ອນ.