ຈີນສົ່ງດາວທຽມ FY-3F ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ

2023-08-04 15:38:42 cri

    ເວລາ 11 ໂມງ 47 ນາທີຂອງວັນທີ 3 ສິງຫານີ້ ຢູ່ສູນສົ່ງດາວທຽມຈິວຊວນຂອງຈີນ, ຈີນໄດ້ນຳໃຊ້ຈະຫຼວດສົ່ງຍານ CZ-4C ສົ່ງດາວທຽມ FY-3F ເຊິ່ງເປັນດາວທຽມເກັບກຳຂໍ້ມູນດ້ານອຸຕຸນິຍົມຂຶ້ນສູ່ອະວະກາດຢ່າງສຳເລັດຜົນ, ດາວທຽມໄດ້ເຂົ້າສູ່ວົງໂຄຈອນທີ່ຄາດໄວ້ຢ່າງສະດວກ,

    ພາລະກິດເທື່ອນີ້ແມ່ນການບິນເທື່ອທີ 481 ຂອງຈະຫຼວດສົ່ງຍານລະບົບ CZ.