ເຂດທະເລໃກ້ແຂວງຊູລາເວຊີເໜືອຂອງອິນໂດເນເຊຍເກີດແຜ່ນດິນໄຫວ 6.0 ລິກເຕີ

2023-08-05 14:08:36 cri


ຕອນຄ່ຳວັນທີ 4 ສິງຫາ 2023, ເຂດທທະເລໃກ້ແຂວງຊູລາເວຊີເໜືອຂອງອິນໂດເນເຊຍໄດ້ເກີດແຜ່ນດິນໄຫວຂະໜາດ 6.0 ລິກເຕີ, ປັດຈຸບັນຍັງບໍ່ທັນມີລາຍງານຂ່າວກ່ຽວກັບຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ ແລະ ຄວາມເສຍຫາຍດ້ານຊັບສິນເທື່ອ.

ອີງຕາມຂ່າວຈາກເວັບໄຊກົມອຸຕຸນິຍົມ, ດິນຟ້າອກາດ ແລະ ທໍລະນີຟີຊິກຂອງອິນໂດເນເຊຍແຈ້ງໃຫ້ຮູ້ວ່າ: ແຜ່ນດິນໄຫວຄັ້ງນີ້ໄດ້ເກີດຂຶ້ນໃນເວລາ 18 ໂມງ 48 ນາທີຕາມເວລາວຽງຈັນ, ຈຸດສູນກາງແຜ່ນດິນໄຫວຢູ່ເຂດທະເລໃກ້ເມືອງໂບລັງມົນກົນໂດ (Bolaang Mongondow) ແຂວງຊູລາເວຊີເໜືອ, ຈຸດສູນກາງແຜ່ນດິນໄຫວຢູ່ເລິກລົງໄປໃຕ້ດິນ 10 ກິໂລແມັດ.

ກົມອຸຕຸນິຍົມ, ດິນຟ້າອກາດ ແລະ ທໍລະນີຟີຊິກຂອງອິນໂດເນເຊຍວັດແທກໄດ້ວ່າ ຢູ່ເກາະດອນ ແລະ ຕາແສງທີ່ໃກ້ກັບຈຸດສູນກາງແຜ່ນດິນໄຫວມີຄວາມຮູ້ສຶກເຖິງແຮງສັ່ນສະເທືອນອ່າວໃຫຍ່ ແລະວັກແທກໄດ້ແຮງສັ່ນສະເທືອນຕາມມາຂະໜາດ 3 ຫາ 4 ລິກເຕີ 3 ເທື່ອ. ກົມດັ່ງກ່າວບໍ່ໄດ້ແຈ້ງເຕືອນໄພຄື້ນສຶນາມິຈາກແຜ່ນດິນໄຫວຄັ້ງນີ້, ແຕ່ໄດ້ເຕືອນວ່າຢູ່ບໍລິເວນໃກ້ຈຸດສູນກາງແຜ່ນດິນໄຫວອາດຈະມີແຮງສັ່ນສະເທືອນຕາມມາອີກ.