ທີມແພດຈາກເຂດກວາງຊີຈີນຈະຜ່າຕັດໃຫ້ຜູ້ເປັນແກ່ນຕາຂຸ້ນຢູ່ລາວ

2023-08-05 15:45:58 CRI

ວັນທີ 4 ສິງຫານີ້, ທີມແພດເຂດກວາງຊີ ສປ ຈີນ ໃນໂຄງການຊ່ວຍເຫຼືອລາວຢຸດຢັ້ງການເປັນຕາບອດທີ່ເກີດຈາກພະຍາດແກ່ນຕາຂຸ້ນ ທີ່ປະກອບດ້ວຍພະນັກງານການແພດ ແລະ ພະຍາບານພະແນກປິ່ນປົວຕາໂຮງໝໍເລກໜຶ່ງໃນເຄືອມະຫາວິທະຍາການແພດກວາງຊີ 8 ຄົນ ເດີນທາງເຖິງປະເທດລາວ ເພື່ອດຳເນີນການຜ່າຕັດໃຫ້ຜູ້ເປັນແກ່ນຕາຂຸ້ນຊາວລາວໃນໄລຍະເວລາ 60 ວັນ.


ເທື່ອນີ້ແມ່ນເຂດກວາງຊີສົ່ງທີມແພດໄປລາວເປັນຊຸດທີ 4 ແລ້ວ ໂດຍປະກອບດ້ວຍພະນັກງານການແພດ 4 ຄົນ ແລະ ພະຍາບານ 4 ຄົນ. ໃນໄລຍະປະຕິບັດງານຢູ່ລາວ, ພະນັກງານການແພດ ແລະ ພະຍາບານເຫຼົ່ານີ້ຈະຜ່າຕັດໃຫ້ຜູ້ເປັນແກ່ນຕາຂຸ້ນ, ໃຫ້ເຂົາເຈົ້າເຫັນແສງສະຫວ່າງໄດ້ອີກ ທັງຈະຊ່ວຍເຫຼືອລາວໃນການອົບຮົມສ້າງແພດໝໍພະແນກປິ່ນປົວຕາທີ່ສາມາດຜ່າຕັດຜູ້ເປັນແກ່ນຕາຂຸ້ນ, ໃຫ້ຜູ້ເປັນແກ່ນຕາຂຸ້ນສາມາດເຫັນແສງສະສະຫວ່າງໄດ້ອີກ.


ນັບແຕ່ເລີ່ມຕົ້ນໂຄງການຊ່ວຍເຫຼືອລາວຢຸດຢັ້ງການເປັນຕາບອດທີ່ເກີດຈາກພະຍາດແກ່ນຕາຂຸ້ນຢ່າງເປັນທາງການຢູ່ນະຄອນຫຼວງວຽງຈັນເມື່ອເດືອນກັນຍາປີ 2022 ເປັນຕົ້ນມາ, ເຂດກວາງຊີໄດ້ສົ່ງທີມແພດ 3 ຊຸດຈຳນວນ 26 ເທື່ອຄົນໄປ ສປປ ລາວ, ໄດ້ຜ່າຕັດໃຫ້ຜູ້ເປັນແກ່ນຕາຂຸ້ນຊາວລາວໂດຍບໍ່ເສຍຄ່າ 1.834 ກໍລະນີ, ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ຄວາມຍ້ອງຍໍຊົມເຊີຍຢ່າງກວ້າງຂວາງຈາກວົງການຕ່າງໆຂອງລາວ.