ການລ້ຽງສັດນ້ຳກາຍເປັນອຸດສາຫະກຳທີ່ສ້າງຄວາມຮັ່ງມີໃຫ້ກັບປະຊາຊົນ

2023-08-06 15:53:20 CRI


ເມືອງຣາວຜິງນະຄອນເຕ້ຈິວແຂວງກວາງຕຸ້ງ ທີ່ຢູ່ແຄມທະເລທາງພາກຕາເວັນອອກຂອງແຂວງກວາງຕຸ້ງມີປະຫວັດການລ້ຽງສັດນ້ຳມາດົນແລ້ວ. ໃນຊຸມປີມໍ່ໆມານີ້, ຢູ່ເມືອງຣາວຜິງໄດ້ພະຍາຍາມພັດທະນາອຸດສາຫະກຳລ້ຽງສັດນ້ຳ, ປີ 2022 ທົ່ວເມືອງໄດ້ລ້ຽງສັດນ້ຳມີເນື້ອທີ່ປະມານ 12.000ເຮັກຕາ, ມີວິສາຫະກິດຜະລິດຕະພັນສັດນ້ຳຫຼາຍກວ່າ 100 ແຫ່ງ, ຜູ້ປະກອບການທີ່ກ່ຽວຂ້ອງມີປະມານ 4200 ຄົນ, ການລ້ຽງສັດນ້ຳທະເລໄດ້ກາຍເປັນອຸດສາຫະກຳທີ່ສ້າງຄວາມຮັ່ງມີໃຫ້ກັບປະຊາຊົນ.