ພັກປະຊາຊົນກໍາປູເຈຍໄດ້ຮັບໄຊຊະນະຢ່າງຂາດຂັ້ນໃນການເລືອກຕັ້ງສະພາແຫ່ງຊາດ

2023-08-06 14:13:15 CRI

 

   ອີງຕາມຜົນການນັບຄະແນນສຽງເລືອກຕັ້ງຢ່າງເປັນທາງການທີ່ຄະນະກໍາມະການເລືອກຕັ້ງສະພາແຫ່ງຊາດກໍາປູເຈຍເປີດເຜີຍໃຫ້ຮູ້ໃນວັນທີ 5 ສິງຫານີ້ສະແດງໃຫ້ເຫັນວ່າ: ພັກປະຊາຊົນກໍາປູເຈຍທີ່ເປັນພັກກໍາອໍານາດໄດ້ຮັບໄຊຊະນະຢ່າງຂາດຂັ້ນໃນການເລືອກຕັ້ງຄັ້ງນີ້ ເຊິ່ງໄດ້ 120 ທີ່ນັ່ງຈາກທັງໝົດ 125 ບ່ອນທີ່ໃນສະພາແຫ່ງຊາດ.


   ອີງຕາມຜົນການເລືອກຕັ້ງຢ່າງເປັນທາງການສະແດງໃຫ້ເຫັນວ່າ: ພັກປະຊາຊົນກໍາປູເຈຍໄດ້ຮັບຄະແນນສຽງປະມານ 6.398.000 ຄະແນນໃນອັດຕາສ່ວນບັດ 82,3%. ທ່ານ ຮຸນແຊນ ນາຍົກລັດຖະມົນຕີກໍາປູເຈຍຊຸດປັດຈຸບັນໄດ້ແຈ້ງໃຫ້ຮູ້ໃນວັນທີ 26 ກໍລະກົດທີ່ຜ່ານມາວ່າ: ສະພາແຫ່ງຊາດຊຸດໃໝ່ຈະຈັດກອງປະຊຸມຄັ້ງປະຖົມມະລືກໃນວັນທີ 21 ສິງຫານີ້, ແລະໃນວັນທີ 22 ສິງຫານີ້, ລັດຖະບານຊຸດໃໝ່ຈະສາບານຕົວຂຶ້ນຮັບຕຳແໜ່ງ. ຈາກນັ້ນ, ທ່ານ ຮຸນແຊນ ຈະບໍ່ດໍາລົງຕໍາແໜ່ງນາຍົກລັດຖະມົນຕີກໍາປູເຈຍອີກຕໍ່ໄປ, ຂະນະທີ່ທ່ານ ຮຸນມານິດ ຜູ້ຮັບສະໝັກເລືອກຕັ້ງນາຍົກລັດຖະມົນຕີກໍາປູເຈຍທີ່ຂຶ້ນກັບພັກປະຊາຊົນກໍາປູເຈຍກໍຈະນໍາພາລັດຖະບານຊຸດໃໝ່.