ຈີນເລັ່ງລັດການສ້າງຊ່ອງທາງທາງບົກ-ທາງທະເລເສັ້ນໃໝ່ຢູ່ພາກຕາເວັນຕົກຂອງຈີນ

2023-08-07 11:59:48 cri


    6 ເດືອນຕົ້ນປີນີ້, ຍອດຈຳນວນການຂົນສົ່ງສິນຄ້າຕາມຊ່ອງທາງທາງບົກ-ທາງທະເລເສັ້ນໃໝ່ຢູ່ພາກຕາເວັນຕົກຂອງຈີນໄດ້ເພີ່ມຂຶ້ນ 10,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ຊ່ອງທາງທາງບົກ-ທາງທະເລເສັ້ນໃໝ່ຢູ່ພາກຕາເວັນຕົກຂອງຈີນໄດ້ກາຍເປັນເສັ້ນທາງຄຳທີ່ເປີດບໍລິການຕໍ່ພາຍໃນ ແລະ ຕ່າງປະເທດທີ່ຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ເທື່ອລະກ້າວ.

    ຫຼາຍມື້ມໍ່ໆມານີ້, ຢູ່ທີ່ສະຖານີຕາເວັນອອກຂອງທ່າກຳປັ່ນຊິ່ນໂຈ່ວ ເຂດກວາງຊີຈີນເຊິ່ງເປັນຈຸດເຊື່ອມຕໍ່ລະຫວ່າງທາງທະເລ ແລະ ທາງບົກຂອງຊ່ອງທາງທາງບົກ-ທາງທະເລເສັ້ນໃໝ່ຢູ່ພາກຕາເວັນຕົກຂອງຈີນ,  ວຽກງານຂົນຖ່າຍລະຫວ່າງຂະບວນລົດໄຟ ແລະ ທາງທະເລມີຄວາມຂຸ້ນຂ້ຽວຫຼາຍ, ຜະລິດຕະພັນກະສິກຳຂອງປະເທດໃນອາຊຽນທີ່ນັບມື້ນັບຫຼາຍຂຶ້ນຄື: ເຂົ້າສານຂອງກຳປູເຈຍ, ໝາກມັງຄຸດຂອງໄທ, ໝາກຖົ່ວລຽນຂອງມະເລເຊຍເປັນຕົ້ນ ໄດ້ເຂົ້າສູ່ຕະຫຼາດຈີນຜ່ານທ່າກຳປັ່ນຊິ່ນໂຈວ່, ສ່ວນຜະລິດຕະພັນຂອງຈີນ ເຊັ່ນ: ລົດພະລັງງານໃໝ່, ວັດສະດຸໃໝ່, ຜະລິດຕະພັນກົນຈັກ ແລະ ເຄື່ອງໄຟຟ້າ ແລະ ອື່ນໆ ໄດ້ສົ່ງອອກໄປສູ່ຕ່າງປະເທດຜ່ານທ່າກຳປັ່ນຊິ່ໂຈ່ວເຊັ່ນດຽວກັນ.

    ຫຼາຍປີມໍ່ໆມານີ້, ຂະບວນລົດໄຟຂົນສົ່ງສິນຄ້າຕາມທາງລົດໄຟ ແລະ ທາງທະເລປະສົມກັນທີ່ມີຖານະບົດບາດສຳຄັນໃນການຂົນສົ່ງນັ້ນ, ຈາກເສັ້ນທາງການຂົນສົ່ງພຽງແຕ່ 1 ສາຍໃນເມື່ອກ່ອນໄດ້ເພີ່ມຂຶ້ນເປັນ 7 ສາຍທີ່ເປີດນຳໃຊ້ເປັນປະຈຳໃນປັດຈຸບັນນີ້ ເຊັ່ນ: ເສັ້ນທາງລະຫວ່າງອ່າວເປີຍປູ້ ແລະ ນະຄອນຈຸ່ງກິ່ງ, ແຂວງເສສວນ, ແຂວງຢູນນານ ແລະ ອື່ນໆ. ການເລັ່ງລັດການພັດທະນາຂອງຊ່ອງທາງທາງບົກ-ທາງທະເລເສັ້ນໃໝ່ຢູ່ພາກຕາເວັນຕົກຂອງຈີນຈະນຳເອົາໂອກາດໃໝ່ມາໃຫ້ແກ່ພາກຕາເວັນຕົກຂອງຈີນໃນການສ້າງຕາໜ່າງຄົມມະນາຄົມໃຫ້ທົ່ວເຖິງ ແລະ ການຈໍລະຈອນສິນຄ້າຜ່ານທາງທະເລໄດ້.