“ສັບປະດາຈີນ-ອາຊຽນ 2023” ໄຂຂຶ້ນຢູ່ແຂວງຝູຈ້ຽນ ສປ ຈີນຢ່າງສຳເລັດຜົນ

2023-08-07 11:07:37 cri

ວັນທີ 6 ສິງຫາ 2023, ສູນຈີນ-ອາຊຽນຮ່ວມກັບຫ້ອງການພົວພັນຕໍ່ຕ່າງປະເທດແຂວງຝູຈ້ຽນ ແລະ ອົງການປົກຄອງນະຄອນຝູໂຈ່ວຈັດພິທີເປີດກິດຈະກຳຕ່າງໆຂອງ “ສັບປະດາຈີນ-ອາຊຽນ 2023”. ທ່ານສື້ຈົ່ງຈຸ້ນ ເລຂາທິການໃຫຍ່ສູນຈີນ-ອາຊຽນເປັນປະທານພິທີໄຂ. ມີເຈົ້າໜ້າທີ່ລະດັບສູງ, ທູຕານຸທູດ, ຜູ້ຊ່ຽວຊານຈາກອົງການຄັງປັນຍາ ແລະ ຜູ້ຕາງໜ້າສື່ມວນຊົນປະມານ 300 ທ່ານທີ່ມາຈາກຈີນ ແລະ ປະເທດສະມາຊິກອາຊຽນໄດ້ເຂົ້າຮ່ວມ. ພິທີດັ່ງກ່າວໄດ້ຖ່າຍທອດສົດດ້ວຍຕົວໜັງສື ແລະ ພາບທາງອິນເຕີເນັດ, ມີຜູ້ຊົມຫຼາຍກວ່າ 3 ລ້ານເທື່ອຄົນ.

ໃນໂອກາດກ່າວປາໄສ, ທ່ານສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດລາວກ່າວວ່າ: ສອງປະເທດລາວ-ຈີນສຸມກຳລັງເພື່ອເພີ່ມທະວີການເຊື່ອມໂຂງເຊື່ອມຈອດຂອງພາກພື້ນ, ທາງລົດໄຟລາວ-ຈີນກໍຄືໂຄງການສຳຄັນທີ່ມີລັກສະນະເປັນຂີດໝາຍ, ຫຼັງຈາກທາງລົດໄຟເລີ່ມເປີດນຳໃຊ້ແລ້ວ, ລາວ ແລະ ຈີນຈະບໍ່ແມ່ນໄລຍະທາງທີ່ຍາວໄກອີກແລ້ວ, ທັງໄດ້ສະແດງໃຫ້ເຫັນວ່າການຮ່ວມມືທີ່ແທ້ຈິງລະຫວ່າງລາວ-ຈີນ ກໍຄື ອາຊຽນ-ຈີນມີທ່ວງທ່າທີ່ແຂງແຮງ, ການຮ່ວມມືລະຫວ່າງສອງຝ່າຍຈະມີອະນາຄົດຢ່າງກວ້າງຂວາງ.

ກິດຈະກຳຕ່າງໆຂອງ “ສັບປະດາຈີນ-ອາຊຽນ 2023” ຈະດຳເນີນຮອດວັນທີ 11 ສິງຫານີ້, ໃນໄລຍະດັ່ງກ່າວຍັງຈະຈັດເວທີເປິກສາຫາລື “ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ອາຊຽນທີ່ຫັນໜ້າສູ່ຍຸກໃໝ່” ແລະ ການກິດຈະກຳອື່ນໆ.