ເຊັນສັນຍາ 9 ໂຄງການການຮ່ວມມືດ້ານເຂດນິຄົມອຸດສາຫະກຳລະຫວ່າງຈີນ-ອິນໂດເນເຊຍ

2023-08-08 10:53:33 cri

ກອງປະຊຸມເວທີເປິກສາຫາລືການຮ່ວມມືເສດຖະກິດການຄ້າຈີນ-ອາຊຽນ ໄດ້ຈັດຂຶ້ນຢູ່ນະຄອນຝູໂຈ່ວແຂວງຝູຈ້ຽນ ສປ ຈີນໃນວັນທີ 6 ສິງຫານີ້ ໂດຍໄດ້ເປີດເຜີຍຜົນງານແຫ່ງການພັດທະນາຢ່າງມີຄຸນນະພາບສູງຂອງການຮ່ວມມືດ້ານເຂດນິຄົມອຸດສາຫະກຳລະຫວ່າງຈີນ-ອິນໂດເນເຊຍ, ມີ 9 ໂຄງການສຳຄັນໄດ້ເຊັນສັນຍາກັນ ແລະ ອີກ 28 ໂຄງການສຳຄັນໄດ້ເລີ່ມລົງມືກໍ່ສ້າງ ຫຼື ເລີ່ມການຜະລິດຢ່າງເປັນທາງການໃນມື້ດຽວກັນ.


ການຮ່ວມມືດ້ານເຂດນິຄົມອຸດສາຫະກຳລະຫວ່າງຈີນ-ອິນໂດເນເຊຍໄດ້ດຶງດູດ ແລະ ເຊັນສັນຍາໂຄງການຮ່ວມມືລະຫວ່າງຈີນກັບຕ່າງປະເທດຫຼາຍໂຄງການ, ມີ 9 ໂຄງການສຳຄັນທີ່ມີມູນຄ່າດ້ານການລົງທຶນເກືອບ 30 ຕື້ຢວນໄດ້ເຊັນສັນຍາຢູ່ປະຊຸມ. ໃນຂະນະດຽວກັນ, “2 ສວນຂອງ 2 ປະເທດ” ລະຫວ່າງຈີນ-ອິນໂດເນເຊຍໄດ້ລົງມືກໍ່ສ້າງໂຄງການສຳຄັນ 12 ໂຄງການໃນມື້ດຽວກັນ. ເວທີບໍລິການສາທາລະນະໃຫຍ່ 3 ແຫ່ງຂອງການຮ່ວມມືດ້ານເຂດນິຄົມອຸດສາຫະກຳລະຫວ່າງຈີນ-ອິນໂດເນຊຍ ໄດ້ເປີດປ້າຍສ້າງຕັ້ງຂຶ້ນໃນມື້ດຽວກັນ ເຊິ່ງຈະສະໜອງການບໍລິການແບບຕະຫຼາດ ແລະ ແບບວິຊາການໃຫ້ແກ່ວິສາຫະກິດທັງຫຼາຍ.