ວິທີການສຳຫຼວດຄົ້ນຄວ້າຂອງທ່ານສີຈິ້ນຜິງ: ສະແຫວງຫາ “ບໍ່ນ້ຳແຫ່ງພະລັງແຮງ”

2023-08-09 11:04:21 cri



 

   ເດືອນມີນາປີ2023ນີ້, ຫ້ອງວ່າການສູນກາງພັກກອມມູນິດຈີນໄດ້ເຜີຍແຜ່ແຜນງານວ່າດ້ວຍການດຳເນີນການສຳຫຼວດຄົ້ນຄວ້າຢ່າງເປັນຂະບວນຟົດຟື້ນພາຍໃນທົ່ວພັກ ເຊິ່ງໄດ້ລະບຸວ່າ ດຳເນີນການສຳຫຼວດຄົ້ນຄວ້າຢ່າງເປັນຂະບວນຟົດຟື້ນພາຍໃນທົ່ວພັກ ໂດຍເນັ້ນໃສ່ທິດທາງແກ້ໄຂບັນຫາແລະບັນລຸເປົ້າໝາຍ, ຊຸກຍູ້ໃຫ້ສະມາຊິກພັກ-ພະນັກງານໂດຍສະເພາະແມ່ນພະນັກງານການນຳອັນມະຫາສານນຳໜ້າລົງເລິກສຳຫຼວດຄົ້ນຄວ້າ, ກຳນົດໃຫ້ເປັນເນື້ອໃນສຳຄັນໃນການດຳເນີນການສຶກສາອົບຮົມທີ່ມີຫົວຂໍ້ສະ ເພາະພາຍໃນທົ່ວພັກ, ເພື່ອຊຸກຍູ້ຂະບວນການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານໃຫ້ມີສະພາບການເລີ່ມຕົ້ນທີ່ດີແລະຢວ່າງບາດກ້າວທຳອິດໃຫ້ດີ.

 

ການສຳຫຼວດຄົ້ນຄວ້າເປັນມໍລະດົກອັນປະເສີດຂອງພັກກອມມູນິດຈີນ ແລະເປັນຄວາມສາມາດພື້ນຖານອັນໜຶ່ງໃນການເຮັດວຽກ ການນຳພາໃຫ້ດີ ເຊິ່ງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ກ່າວເນັ້ນໜັກເທື່ອແລ້ວເທື່ອເລົ່າ. ເພິ່ນບໍ່ພຽງແຕ່ໄດ້ກ່າວເນັ້ນໜັກໃນໂອກາດຕ່າງໆກ່ຽວກັບຄວາມສຳຄັນຂອງການສຳຫຼວດຄົ້ນຄວ້າເທົ່ານັ້ນ, ແຕ່ຍັງໄດ້ນຳໜ້າປະຕິບັດຕົວຈິງ ແລະກາຍເປັນແບບຢ່າງໃຫ້ກັບທົ່ວພັກໃນການໃຫ້ຄວາມສຳຄັນຕໍ່ການສຳຫຼວດຄົ້ນຄວ້າ,ລົງເລິກສຳຫຼວດຄົ້ນຄວ້າ, ຮູ້ວິທີການສຳຫຼວດຄົ້ນຄວ້າແລະແກ້ໄຂບັນຫາຫຍຸ້ງຍາກດ້ານການພັດທະນາ.

 

ລະຫວ່າງເດືອນມີນາປີ1982ຫາເດືອນພຶດສະພາປີ1985, ທ່ານສີຈິ້ນຜິງໄດ້ດຳລົງຕຳແໜ່ງເປັນຮອງເລຂາຄະນະພັກ ແລະເລຂາຄະນະພັກເມືອງເຈີ້ງຕິ້ງແຂວງເຫີເປີຍຕາມລຳດັບ. ໃນຕະຫຼອດໄລຍະເວລາ 3 ປີທີ່ເຮັດວຽກຢູ່ເມືອງເຈີ້ງຕິ້ງ, ເພິ່ນມັກເວົ້າຢູ່ສະ ເໝີວ່າ: “ໄປ, ພວກເຮົາໄປລົມກັບໃຜຜູ້ໜຶ່ງເທາະ.” ການໄປໂອ້ລົມສົນທະນາກັບປະຊາຊົນແບບເປັນກັນເອງຄືໜຶ່ງໃນບັນດາວິທີ ການເຮັດວຽກຂອງເພິ່ນໃນການລົງເຄື່ອນໄຫວຢ້ຽມຢາມແລະສຳຫຼວດຄົ້ນຄວ້າຢ່າງເລິກເຊິ່ງ.

 

ມື້ໜຶ່ງໃນທ້າຍເດືອນມີນາປີ1984, ຄະນະນຳຫຼັກແຫຼ່ງ 4 ຄະນະຂອງເມືອງເຈີ້ງຕິ້ງແຂວງເຫີເປີຍໄດ້ຮັບຈົດໝາຍພ້ອມກັນທີ່ມີເນື້ອໃນອັນດຽວກັນໂດຍລົງນາມວ່າ “ສີຈິ້ນຜິງ”. ຈົດໝາຍດັ່ງກ່າວໄດ້ລະບຸເຖິງຂໍ້ກຳນົດຫຼາຍປະການກ່ຽວກັບການປັບປຸງແບບແຜນວິ ທີການນຳພາ ໂດຍຮຽກຮ້ອງໄປຍັງເຂົາເຈົ້າໃຫ້ຫຼີກອອກຈາກວຽກມະຍິກມະຍ່ອຍຕ່າງໆ, ສຸມໃສ່ຮາກຖານ, ສຸມໃສ່ສະພາບຕົວຈິງ, ພ້ອມທັງໃຫ້ຄຳສັ່ງສອນດ້ວຍຄວາມສຳຄັນວ່າ: “ບໍ່ວ່າວຽກໃດກໍຕ້ອງຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ. ລົງໄປສຳຫຼວດຄົ້ນຄວ້າຢູ່ຮາກຖານຢ່າງເຖິງຖອງ, ສຳຫຼວດສະພາບການດ້ວຍຕົນເອງ, ຮັບຟັງການສ່ອງແສງຂອງປະຊາຊົນໂດຍກົງ, ເພື່ອສະແຫວງຫາ ‘ບໍ່ນ້ຳແຫ່ງພະລັງແຮງ’”.

 

ຮາກຖານເປັນຫົວໜ່ວຍພື້ນຖານແຫ່ງການບໍລິຫານປະເທດ,ຍັງເປັນ “ຢາກວດ” ປະສິດທິຜົນຂອງນະໂຍບາຍ, ເຊິ່ງໄດ້ເປັນບ່ອນໂຮມສູນຄວາມຮູ້ສຶກຕົວຈິງ, ບົດຮຽນທີ່ລຽບງ່າຍ ແລະ ສະຕິປັນຍາຂອງປະຊາຊົນ. ທ່ານສີຈິ້ນຜິງໄດ້ນຳໃຊ້ຄຳວ່າ “ບໍ່ນ້ຳ” ມາປຽບທຽບສະພາບຕົວຈິງຂອງຮາກຖານ, ຄວາມຮັບຮູ້ອັນເລິກເຊິ່ງແລະຖືກຕ້ອງຂອງປະຊາຊົນ ກໍຄືແນວຄິດການເຮັດວຽກທີ່ສະ ແຫວງຫາສັດຈະທຳຈາກຄວາມເປັນຈິງ, ຖືວ່າເປັນການກຳນົດທິດທາງແກ້ໄຂບັນຫາແລະບັນລຸເປົ້າໝາຍໃຫ້ກັບການດຳເນີນການສຳຫຼວດຄົ້ນຄວ້າຢູ່ຮາກຖານ.

 

ຈົດໝາຍສະບັບນີ້ເຖິງຈະບໍ່ຍາວປານໃດ, ແຕ່ໄດ້ເປັນການປຸກລະດົມຂະບວນການສຳຫຼວດຄົ້ນຄວ້າຢູ່ສຳນັກງານຄະນະກຳມະການພັກເມືອງເຈີ້ງຕິ້ງແລະຂະບວນການນີ້ໄດ້ແຜ່ຂະຫຍາຍເຂົ້າໄປເຖິງສຳນັກງານກົງຈັກລັດ, ຕາແສງຕ່າງໆ, ຈົນກາຍເປັນຄວາມຊິນ ເຄີຍອັນໃໝ່ໃນການເຮັດວຽກຂອງພະນັກງານທັງຫຼາຍ. ໃນໄລຍະທີ່ເຮັດວຽກຢູ່ເມືອງເຈີ້ງຕິ້ງ, ທ່ານສີຈິ້ນຜິງໄດ້ເປັນແບບຢ່າງນຳໜ້າປະຕິບັດວຽກງານສຳຫຼວດຄົ້ນຄວ້າຢ່າງສະເໝີຕົ້ນສະເໝີປາຍ ແລະໄດ້ກາຍເປັນວິທີການເຮັດວຽກທີ່ຄວນເອົາເປັນບົດຮຽນ ເພື່ອນຳໄປຈັດຕັ້ງປະຕິບັດຕົວຈິງຢ່າງເລິກເຊິ່ງ.

 

ຫຼັງຈາກນັ້ນມາຫຼາຍປີ, ໃນໄລຍະທີ່ເຮັດວຽກເປັນການນຳຢູ່ແຂວງຟູຈ້ຽນ, ແຂວງເຈີ້ຈ່ຽງ ແລະ ກຳແພງນະຄອນຊຽງໄຮ້, ທ່ານສີຈິ້ນຜິງໄດ້ເສີມຂະຫຍາຍແລະປັບປຸງວິທີການກ່ຽວກັບການສຳຫຼວດຄົ້ນຄວ້າໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ ແລະອີງໃສ່ວິທີການນີ້ເພື່ອພົບເຫັນບັນຫາ, ຊຸກຍູ້ການປະຕິບັດວຽກງານ ພ້ອມທັງຫັນຜົນການສຳຫຼວດຄົ້ນຄວ້າໃຫ້ກາຍເປັນຜົນງານຕົວຈິງ.

 

ແນວຄິດ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ” ເຊິ່ງປະຊາຊົນຈີນຮູ້ນຳກັນເປັນຢ່າງດີນັ້ນແມ່ນທ່ານສີຈິ້ນຜິງສະເໜີອອກມາເປັນຄັ້ງທຳອິດໃນໂອກາດທີ່ເພິ່ນດຳເນີນການສຳຫຼວດຄົ້ນຄວ້າຢູ່ບ້ານຢວີຊຸ່ນ ເມືອງອ່ານຈີນະຄອນຫູໂຈ່ວແຂວງເຈີ້ຈ່ຽງເມື່ອວັນທີ 15 ສິງຫາ2005. 

 

ຢູ່ບ້ານຢວີຊຸ່ນ ຕາແສງທ່ຽນຫ່ວງຜິງ ທີ່ຕັ້ງຢູ່ທິດເໜຶອຕີນພູທຽນມູ, ທ່ານສີຈິ້ນຜິງໄດ້ຈັດການສົນທະນາກັບພະນັກງານບ້ານທັງ ຫຼາຍເປັນເວລາເກືອບສອງຊົ່ວໂມງແລ້ວໄດ້ຮັບຮູ້ວ່າ: ໃນເມື່ອກ່ອນ, ພູບໍ່ແຮ່ຢູ່ພາຍໃນບ້ານເຄີຍເປັນ “ພູຄຳ” ໃນສາຍຕາຂອງບັນດາຊາວບ້ານຄື ນັບແຕ່ທາງບ້ານໄດ້ສ້າງຕັ້ງໂຮງຂຸດເຈາະບໍ່ແຮ່ແຫ່ງທຳອິດເມື່ອປີ1977ເປັນຕົ້ນມາຕະຫຼອດຮອດທ້າຍສະຕະ ວັດທີ20, ປະຊາຊົນພາຍໃນບ້ານຫຼາຍກວ່າເຄິ່ງໜຶ່ງແມ່ນຊອກຢູ່ຫາກິນດ້ວຍການຂຸດຄົ້ນບໍ່ແຮ່ຢູ່ຕາມໜ່ວຍພູໂດຍໄດ້ຮັບເງິນເດືອນເປັນປະຈຳ, ຍັງມີຊາວບ້ານບາງຄົນຮັ່ງມີຂຶ້ນຍ້ອນການຂຸດຄົ້ນບໍ່ແຮ່.ແຕ່ວ່າກໍມີຜົນຮ້າຍທີ່ເກີດຂຶ້ນຕາມມາພາຍຫຼັງຄື:ໜ່ວຍພູຖືກທຳລາຍ, ນ້ຳແລະອາກາດຖືກມົນລະພິດ, ຝຸ່ນລະອອງກຸ້ມໄປທົ່ວຕະຫຼອດປີ, ຢູ່ບໍ່ແຮ່ເກີດອຸບັດເຫດຂຶ້ນເລື້ອຍໆ.

 

ໃນການສຳຫຼວດຄົ້ນຄວ້າຢູ່ບ້ານຢວີຊຸ່ນ, ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ ບໍ່ຄວນຊຸກຍູ້ການເຕີບໂຕດ້ານເສດຖະກິດດ້ວຍການທຳລາຍສິ່ງແວດລ້ອມທຳມະຊາດ.

 

ຫຼັງຈາກນັ້ນ 9 ວັນ, ເພິ່ນໄດ້ຂຽນບົດວິຈານທີ່ມີຫົວຂໍ້ວ່າ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ” ລົງໃນໜັງສືພິມ “ເຈີ້ຈ່ຽງລາຍວັນ” ໂດຍໄດ້ໃຫ້ກຳລັງໃຈແກ່ຄົນທັງຫຼາຍວ່າ: “ໃນເວລາທຳການຄັດເລືອກ, ຄວນຊອກຫາທິດທາງໃຫ້ຖືກຕ້ອງ, ສ້າງເງື່ອນໄຂທີ່ເອື້ອອຳນວຍ, ເພື່ອເຮັດໃຫ້ພູຂຽວນ້ຳໃສນຳມາເຊິ່ງພູເງິນພູຄຳຢ່າງບໍ່ຂາດສາຍ.”

 

ທຸກມື້ນີ້, ຜ່ານຈາກການປະຕິບັດມາດຕະການຕ່າງໆເຊັ່ນ: ຟື້ນຟູການນຳໃຊ້ທີ່ດິນທີ່ຖືກທຳລາຍແລະເສື່ອມເສຍຄືນໃໝ່ແລະປູກຕົ້ນໄມ້ຕົ້ນຫຍ້າຄືນໃໝ່ເພື່ອຟື້ນຟູພື້ນທີ່ສີຂຽວ, ປົວແປງອ່າງເກັບນ້ຳ, ປັບປຸງໂສມໜ້າຂອງບ້ານໃຫ້ດີຂຶ້ນ, ສະໜັບສະໜູນການພັດທະນາທຸລະກິດການທ່ອງທ່ຽວຕາມວິຖີຊົນນະບົດແລະອື່ນໆ, ບ້ານຢວີຊຸ່ນທີ່ໄດ້ປະຕິບັດແນວຄິດການພັດທະນາແບບສີຂຽວຢ່າງເດັດດ່ຽວນັ້ນໄດ້ບັນລຸເປົ້າໝາຍທີ່ສິ່ງແວດລ້ອມນິເວດສວຍງາມ, ອຸດສາຫະກຳຈະເລີນ, ປະຊາຊົນຮັ່ງມີ.

 

ພາຍຫຼັງໄປເຮັດວຽກຢູ່ຂັ້ນສູນກາງແລ້ວ, ໃນໂອກາດເຂົ້າຮ່ວມພິທີເປີດຊຸດຝຶກອົບຮົມສຳມະນາກອນຊຸດທີ2ຂອງໂຮງຮຽນທິດສະດີສູນກາງພັກກອມມູນິດຈີນ (ສະຖາບັນການປົກຄອງແຫ່ງຊາດ) ພາກຮຽນລະດູໃບໄມ້ຫຼົ່ນ2011, ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: “ການສຳຫຼວດຄົ້ນຄວ້າບໍ່ພຽງແຕ່ເປັນວິທີການເຮັດວຽກຢ່າງໜຶ່ງເທົ່ານັ້ນ, ຍັງເປັນບັນຫາສຳຄັນທີ່ພົວພັນເຖິງຜົນສຳເລັດ ຫຼືຄວາມລົ້ມແຫຼວຂອງພາລະກິດພັກແລະປະຊາຊົນ.” “ຕ້ອງຮຽນຮູ້ແລະກຳກັບວິທີການທີ່ຖືກຕ້ອງ, ສຸມຄວາມພະຍາຍາມເພື່ອຍົກສູງລະດັບແລະປະສິດທິຜົນຂອງການສຳຫຼວດຄົ້ນຄວ້າ.” “ສ້າງແລະບູລະນະລະບຽບການໃຫ້ສົມບູນ, ຮັບປະກັນເຮັດໃຫ້ວຽກງານສຳຫຼວດຄົ້ນຄວ້າຫັນເປັນປົກກະຕິ”.

 

ໃນກົດເຫຼັກ 8 ຂໍ້ຂອງສູນກາງພັກກອມມູນິດຈີນທີ່ວາງອອກຫຼັງຈາກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກກອມມູ ນິດຈີນເມື່ອປີ2012, ຂໍ້ທຳອິດແມ່ນໄດ້ກຳນົດຢ່າງຈະແຈ້ງໃຫ້ປັບປຸງວຽກງານສຳຫຼວດຄົ້ນຄວ້າ, ການໄປສຳຫຼວດຄົ້ນຄວ້າຢູ່ຮາກ ຖານຕ້ອງລົງເລິກຮັບຮູ້ສະພາບຄວາມເປັນຈິງ, ສະຫຼຸບແລະຖອດຖອນບົດຮຽນ, ຄົ້ນຄວ້າບັນຫາ, ແກ້ໄຂຄວາມຫຍຸ້ງຍາກ, ຊີ້ນຳວຽກງານ, ຮຽນນຳປະຊາຊົນ, ຮຽນຈາກພຶດຕິກຳຕົວຈິງ, ຈັດການໂອ້ລົມສົນທະນາກັບປະຊາຊົນໃຫ້ຫຼາຍ, ໂອ້ລົມກັບພະນັກງານດ້ວຍຄວາມຈິງໃຈໃຫ້ຫຼາຍ, ເປິກສາຫາລືໃຫ້ຫຼາຍ, ວິເຄາະໄຈ້ແຍກຕົວແບບໃຫ້ຫຼາຍ…

 

ການສຳຫຼວດຄົ້ນຄວ້າບໍ່ພຽງແຕ່ເປັນວິທີການເຮັດວຽກຢ່າງໜຶ່ງທີ່ທ່ານສີຈິ້ນຜິງໄດ້ຍຶດໝັ້ນປະຕິບັດເທົ່ານັ້ນ, ຍິ່ງເປັນແບບແຜນວິທີເຮັດວຽກ ແລະຄວາມສາມາດການເຮັດວຽກຢ່າງໜຶ່ງທີ່ເພິ່ນໄດ້ສົ່ງເສີມໃຫ້ພະນັກງານການນຳຄວນມີ. ເວົ້າສຳລັບບັນດາສະມາຊິກພັກ-ພະນັກງານຂອງຈີນແລ້ວ, ມີພຽງແຕ່ໝູນໃຊ້ການສຳຫຼວດຄົ້ນຄວ້າທີ່ເປັນມໍລະດົກອັນປະເສີດຂອງພັກກອມມູນິດຈີນໃຫ້ເປັນປະໂຫຍດແລ້ວເທົ່ານັ້ນ, ຈຶ່ງຈະສາມາດຮັບມືກັບຄວາມສ່ຽງ, ສິ່ງທ້າທາຍຕ່າງໆ ແລະແກ້ໄຂບັນຫາຫຍຸ້ງຍາກຢ່າງມີປະສິດທິຜົນ, ເພື່ອເຮັດໃຫ້ທຸກບາດກ້າວແຫ່ງຄວາມທັນສະໄໝແບບຈີນສາມາດເກີດມີປະສິດທິຜົນຕົວຈິງ.